ຮອງລັດຖະມົນຕີກະຊວງການຕ່າງປະເທດເລຮວ່າຍຈູງພົບປະເຈລະຈາກັບທ່ານເລຂາທິການກວາງສີ,ຈີນ

ຮອງລັດຖະມົນຕີກະຊວງການຕ່າງປະເທດເລຮວ່າຍຈູງພົບປະເຈລະຈາກັບທ່ານເລຂາທິການກວາງສີ,ຈີນ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​
ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ (ພາບ: TTXVN)

(vovworld)- ​​​​​​​​​​​ໃນ​ຂອບ​ເຂດ​ການ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຈີນ, ວັນ​ທີ 24/5, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ ​ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ​ເລ​ຂາ​ທິ​ການ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຂອງຊົນ​ເຜົ່າ ຈ​ວ່າງ ເຜີງ​ຈີ້ງ​ຄວາ ຢູ່ ແຂວງກວາງ​ສີ ປະ​ເທດ​ຈີນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ລະ​ຫວ່າງ​ ​ແຂວງກວາງ​ສີ ປະ​ເທດ​ຈີນ ກັບ​ບັນ​ດາ​ແຂວງ​​ຊາຍ​ແດນ​ຂອງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ໝາກ​ຜົນ​ແຫ່ງການ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ອານຸ​ສັນ​ຍາ​ ກ່ຽວ​ກັບ​ການ​ຂີດ​ເສັ້ນຊາຍ​ແດນ, ​ປັກຫຼັກ​ໝາຍ​ຊາຍ​ແດນ, ສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ແລະ ສັນ​ຍາ​ກ່ຽວ​ກັບ​ດ່ານ​ຊາຍ​ແດນ ແລະ ​ຂໍ້​ກຳ​ນົດຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ຢູ່​ເຂດ​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ ( ເອີ້ນ​ຫຍໍ້​ແມ່ນ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນ 3 ສະ​ບັບ ). ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ ເນັ້ນ​ໜັກ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້ ແລະ ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຈີນ​ເວົ້າ​ລວມ ກໍ່​ຄື​ກັບ​ ​ແຂວງກວາງ​ສີ​ ເວົ້າ​ສະ​ເພາະ. ​ແຂວງ ກວາງ​ສີ ແລະ ບັນ​ດາ​ແຂວງ​ຊາຍ​ແດນ​ຫວຽດ​ນາມ​ ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ​ເປັນ​ຢ່າງ​ດີ; ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ດ້ານ​ການ​ຄ້າ, ການ​ສຶກ​ສາ ແລະ ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນາ​ທຳ​ ລະ​ຫວ່າງ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ,  ຮ່ວມ​ມື ແລະ ພັດ​ທະ​ນາ​ຫວຽດ​ນາມ-ຈີ​ນ. ສ່ວນ​ທ່ານ ເຜີງ​ຈີ້ງ​ຄວາ ເລ​ຂາ​ທິ​ການ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຂອງ​ຊົນ​ເຜົ່າ ຈ​ວາງ ແຂວງກວາງ​ສີ, ຈີນ ເນັ້ນ​ໜັກ​ວ່າ ​ແຂວງກວາງ​ສີ ດ້ວຍ​ຖະ​ນະ​ເປັນ​ທ້ອງ​ຖິ່ນ​​ຕິດ​ກັບ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງຈີນ ແລະ ​ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ເສີມ​ຂະ​ຫຍາຍ​ຄວາມ​ຮັບ​ຜິດ​ຊອບ ເພື່ອຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​​ທີ່ບັນ​ລຸ​ໄດ້​ຢ່າງ​ເຂັ້ມ​ງວດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານກວ່າ​ອີກ. ທ່ານ ເຜີງ​ຈີ້ງ​ຄວາ ກໍ່​ປາ​ຖະ​ໜາ​ຢາກ​ໃຫ້​ຝ່າຍ​ຫວຽດ​ນາມ​ສະ​ໜັບ​ສະ​ໝູນ​ການ​ສ້າງ​ກົນ​ໄກ​ພົບ​ປະ​ປະ​ຈຳ​ປີ​ ລະ​ຫວ່າງ​ການ​ນຳຫຼັກ​ແຫຼ່ງ​ຂອງ ​ແຂວງກວາງ​ສີ ແລະ ການ​ນຳ​ບັນ​ດາ​ແຂວງ​ຊາຍ​ແດນ​ຫວຽດ​ນາມ; ສ້າງ​ເງື່ອນ​ໄຂ ແລະ ສະ​ໜັບ​ສະ​ໜູນ​ແຂວງກວາງ​ສີ​ຈັດ​ຕັ້ງ ງານ​ຕະຫຼາດ​ນັດວາງ​ສະ​ແດງ ຈີນ-ອາ​ຊຽນ ປີ2016.

ຂ່າວ/ບົດ​ອື່ນ