ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ຈີນ: ປຶກສາຫາລືຫຼາຍເນື້ອສຳຄັນໃນການຊຸກຍູ້ການຮ່ວມມື 2 ຝ່າຍ

(VOVWORLD) - ທີ່ບັນດາການພົບປະ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການສົມທົບກັນ, ປະສານງານຊຸກຍູ້ການຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ສົມທົບກັນຢ່າງແໜ້ນແຟ້ນ
ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ຈີນ: ປຶກສາຫາລືຫຼາຍເນື້ອສຳຄັນໃນການຊຸກຍູ້ການຮ່ວມມື 2 ຝ່າຍ - ảnh 1 ທີ່ການພົບປະລະຫວ່າງຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ - ຈີນ
(ພາບ: dangcongsan.vn)

          ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ້, ເລຂານຸການຄະນະກຳມະການຊີ້ນຳການຮ່ວມມື ຫວຽດນາມ - ຈີນ, ຫົວໜ້າຄະນະເຈລະຈາຂັ້ນສູງລັດຖະບານ ກ່ຽວກັບເຂດຊາຍແດນ, ຜືນແຜ່ນດິນ ຫວຽດນາມ - ຈີນ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປັກກິງ, ປະເທດ ຈີນ ແຕ່ວັນທີ 09-10 ສິງຫາ.

        ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມິງຫວູ້ ໄດ້ພົບປະກັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຈີນ; ທ່ານຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ, ເລຂານຸການຄະນະຊີ້ນຳການຮ່ວມມື 2 ຝ່າຍ ຈີນ - ຫວຽດນາມ; ທ່ານຫົວໜ້າກົມຮ່ວມມືພັດທະນາສາກົນ ຈີນ.

        ທີ່ບັນດາການພົບປະ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການສົມທົບກັນ, ປະສານງານຊຸກຍູ້ການຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ສົມທົບກັນຢ່າງແໜ້ນແຟ້ນ, ກະກຽມໃຫ້ແກ່ບັນດາການພົບປະແລກປ່ຽນ, ການພົບປະຂັ້ນສູງໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ; ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ, ເຊື່ອມຕໍ່ທາງຄົມມະນາຄົມ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ; ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມື.

        2 ຝ່າຍໄດ້ແລກປ່ຽນຄຳເຫັນຢ່າງກົງໄປກົງມາກ່ຽວກັບບັນຫາຊາຍແດນ, ຜືນແຜ່ນດິນ; ສະເໜີບັນດາມາດຕະການລະອຽດ ເພື່ອສົມທົບກັນຄວບຄຸ້ມເຂດຊາຍແດນທາງບົກໃຫ້ເປັນຢ່າງດີ, ແລກປ່ຽນ, ແກ້ໄຂບັນຫາເກີດຂຶ້ນຢ່າງທັນການ ບົນພື້ນຖານເຄົາລົບບັນດາເອກະສານລວມກ່ຽວກັບເຂດຊາຍແດນທາງບົກ… 2 ຝ່າຍກໍ່ເຫັນດີຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາຢູ່ທະເລ, ຄວບຄຸ້ມຄວາມບໍ່ລົງລອຍກັນທາງທະເລ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມິງຫວູ້ ເນັ້ນໜັກເຖິງຄວາມຮຽກຮ້ອງເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດເຂດແຄມທະເລ ບົນເນື້ອໃນຈິດໃຈສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ