ຮອງເລຂາທິການໃຫຍ່ສະຫະປະຊາຊາດກະກຽມການເດີນທາງຢ້ຽມຢາມສປປ.ເກົາຫຼີ

(VOVWORLD) -ໂຄສົກຂອງຫະປະຊາຊາດ Stephane Dujarric ໃຫ້ຮູ້ວ່າ, ໃນອາທິດນີ້, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຮັບຜິດຊອບບັນດາບັນຫາການເມືອງ Jeffrey Feltman ຈະໄປຍັງສປປ.ເກົາຫຼີ ເພື່ອເຈລະຈາກັບບັນດາເຈົ້າໜ້າທີ່ຂອງປະເທດນີ້ໃນສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນກ່ຽວກັບໂຄງການນິວເຄຼຍ ແລະ ລູກສອນໄຟຂອງພຽງຢາງ.

ຮອງເລຂາທິການໃຫຍ່ສະຫະປະຊາຊາດກະກຽມການເດີນທາງຢ້ຽມຢາມສປປ.ເກົາຫຼີ - ảnh 1 ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຮັບຜິດຊອບບັນດາບັນຫາການເມືອງ Jeffrey Feltman

(ພາບປະກອບ: Reuters)

ການຢ້ຽມຢາມທີ່ບໍ່ເປັນປົກກະຕິຂອງທ່ານ Feltman ໃນລະຫວ່າງວັນທີ 05 – 08 ທັນວາ, ຖືກດຳເນີນພາຍຫຼັງທີ່ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີລູກໜຶ່ງ ເຊິ່ງໄດ້ຮັບຖືວ່າສາມາດບິນໄປເຖິງອາເມລິກາ ບໍ່ຮອດອາທິດໜຶ່ງ. ຕາມໂຄສົກ Stephane Dujarric ແລ້ວ, ທ່ານຮອງເລຂາທິການໃຫຍ່ Feltman ຈະປຶກສາຫາລືກັບບັນດາເຈົ້າໜ້າທີ່ສປປ.ເກົາຫຼີ ກ່ຽວກັບ “ບັນດາບັນຫາເຊິ່ງທັງ 2 ຝ່າຍຕ່າງຕໍ່ມີຄວາມສົນໃຈ ແລະ ວິຕົກກັງວົນ”. ເຖິງຢ່າງໃດກໍ່ຕາມ, ທ່ານ Dujarric ກໍ່ບໍ່ໃຫ້ຮູ້ວ່າ ທ່ານ Feltman ຈະພົບປະກັບການນຳສປປ.ເກົາຫຼີ Kim Jong un ຫຼື ບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ