ຮອບ​ຊິງ​ຊະ​ນະ​ເລີດ​ງານ​ປະ​ກວດ​ນັກ​ຮ້ອງ​ສຽງ​ດີ​ພາ​ສາເກົ​າຫຼີ

(VOVWORLD) - ຕອນຄ່ຳວັນທີ 10 ມັງກອນ, ຢູ່ໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ ທີ່ຮ່າໂນ້ຍ, ໄດ້ຈັດ ງານປະກວດນັກຮ້ອງສຽງດີພາສາ ສ.ເກົາຫຼີ VOV 2019 - VOV’s Kpop Contest 2019 ຮອບຊິງຊະນະເລີດ.
ຮອບ​ຊິງ​ຊະ​ນະ​ເລີດ​ງານ​ປະ​ກວດ​ນັກ​ຮ້ອງ​ສຽງ​ດີ​ພາ​ສາເກົ​າຫຼີ - ảnh 1

    ເຫດການດັ່ງກ່າວໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV),  ບໍລິສັດຫຸ້ນສ່ວນພັດທະນາວິທະຍຸ-ໂທລະພາບ  (BDC) ແລະ ບໍລິສັດ Sublime Entertainment Concert (ສ.ເກົາຫຼີ) ສົມທົບກັນຈັດຕັ້ງຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 27 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ-ສ.ເກົາຫຼີ (22/12/1992 – 22/12/2019) ແລະ ວັນອອກອາກາດລາຍການກະຈາຍສຽງພາກພາສາເກົາຫຼີ ຄົບຮອບ 1 ປີ.

  ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນເທກີ້, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງງານປະກວດຕ່າງໆຄື: ງານປະກວດສຽງເພງ ອາຊຽນ+3; ງານປະກວດນັກຮ້ອງສຽງດີຜ່ານຄື້ນວິທະຍຸ; ງານປະກວດນັກຮ້ອງສຽງດີພາສາຝະລັ່ງ…. ແລະ ປີ 2020, ແມ່ນງານປະກວດນັກຮ້ອງສຽງດີພາສາເກົາຫຼີ ແລະ ງານມະຫາກຳດົນຕີ  “K-Pop Super Concert”.         ທ່ານ ຫງວຽນເທກີ້ ກ່າວວ່າ:

     ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດ 2 ເຫດການດ້ານດົນຕີທີ່ມີຄວາມດຶງດູດ ໃຈ, ຄຶກຄື້ນມ່ວນຊື່ນໃນຕົ້ນປີໃໝ່ ເພື່ອແນະນຳກັບຜູ້ນິຍົມດົນຕີ ຫວຽດນາມ, ໂດຍສະເພາະແມ່ນໄວໜຸ່ມ ກ່ຽວກັບບາດກ້າວພັດທະນາຢ່າງແຮງ ແລະ ຄວາມປະທັບໃຈຂອງດົນຕີ ສ.ເກົາຫຼີ, ບັນດາບົດເພງໄດ້ຮັບຄວາມນິຍົມຈາກຜູ້ຟັງທີ່ຮູ້ພາສາເກົາຫຼີ, ແນະນຳບັນດານັກຮ້ອງທີ່ມີຊື່ສຽງຂອງ ສ.ເກົາຫຼີ ແລະ ບັນດານັກຮ້ອງທີ່ເປັນຊາວ ຫວຽດນາມ ແລະ ຊາວ ສ.ເກົາຫຼີ ພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ. ຜ່ານຂົວຕໍ່ດ້ານດົນຕີ, ພວກເຮົາຈະສືບຕໍ່ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ-ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່, ຍືນຍົງ ແລະ ຈົບງາມກ່ວາ.

   ໃນຮອບຊິງຊະນະເລີດ, ຄະນະຈັດຕັ້ງໄດ້ມອບ 1 ລາງວັນທີ 1, 2 ລາງວັນທີ 2, 3 ລາງວັນທີ 3 ແລະ 3 ລາງວັນຊົມເຊີຍໃຫ້ແກ່ບັນດາລາຍການສະແດງທີ່ສ້າງຄວາມປະທັບໃຈ, ເຕັມໄປດ້ວຍອາລົມຈິດ ແລະ ມີຄວາມຄຶກຄື້ນມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ