ຮອບເຈລະຈາ TPP ຍັງຄ້າງຄາກ່ຽວກັບບັນລົບລ້າງພາສີອາກອນ

ຮອບເຈລະຈາ TPP ຍັງຄ້າງຄາກ່ຽວກັບບັນລົບລ້າງພາສີອາກອນ - ảnh 1
ຮອບ​ເຈລະຈາ​ຄັ້ງ​ທີ 18 ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝີ​ກ
(ພາບ: vietnamplus.vn)

(vovworld) - ຮອບ​ເຈລະຈາ​ຄັ້ງ​ທີ 18 ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝີ​ກ (TPP) ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ມາ​ເລ​ເຊຍ ຍັງ​ຄ້າງ​ຄາ​ກ່ຽວ​ກັບ 5 ຫົວ​ຂໍ້, ​ໃນ​ນັ້ນ​ສຳຄັນ​ທີ່​ສຸດ​ແມ່ນ​ການ​ສຳ​ພັດ​ຕະຫຼາດ ຫຼື ລົບ​ລ້າງ​ພາສີ​ອາກອນ. ນອກຈາກບັນຫາ​ນີ້, ບັນດາ​ຮອບເຈລະຈາກໍ​ຄ້າງ​ຄາ​ກ່ຽວ​ກັບ​ບັນດາ​ບັນຫາ​ຄື ສິດ​ຊັບ​ສິນ​ທາງ​ປັນຍາ, ສິ່ງ​ແວດ​ລ້ອ​ມ, ​ແຮງ​ງານ ​ແລະ ການ​ຄ້າ​ເອ​ເລັກ​ໂຕ​ນິກ. 11 ປະ​ເທດ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ TPP ​ເຊິ່ງລວມມີ ອົດສຕາ​ລີ, ບຣຸ​ໄນ, ກາ​ນາ​ດາ, ຈີ​ເລ, ມາ​ເລ​ເຊຍ, ​ເມກ​ຊີ​ໂກ, ນິວຊີ​ແລນ, ​ເປຣຸ, ສິງກະ​ໂປ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ, ຄາດ​ວ່າ​ໄດ້​ບັນລຸ​ໄດ​້ຄວາມ​ເຫັນ​ດີ​ຢ່າງກວ້າງຂວາງ​ກ່ຽວ​ກັບ TPP ​ໃນ​ເດືອນ 10 ຈະ​ມາ​ເຖິງ ​ແລະ ລົງ​ນາມ​ໃນ​ສັນຍາ​ໃນ​ທ້າຍ​ປີ 2013 ນີ້. ​ແຕ່​ວ່າ, ສິ່ງ​ຄ້າງ​ຄາ​ກ່ຽວ​ກັບ 5 ບັນດາ​ດັ່ງກ່າວ ​ແລະ ​ເລື່ອງ​ຍີ່​ປຸ່ນ ຄາດ​ວ່າຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ແຕ່​ວັນ​ທີ 23/07 ຈະ​ກໍ່​ຄວາມ​ຫຍຸ້ງ​ຍາກໃຫ້​ແກ່​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ເພື່ອ​ບັນລຸ​ແຜນການ​ທີ່​ໄດ້​ວາງ​ອອກ.

        ຖ້າ​ຫາກ​ໄດ້​ຮັບ​ການ​ສ້າງ​ຕັ້ງ, TPP ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເຂດ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ, ດ້ວຍ​ກວ່າ 790 ລ້ານ​ຄົນ, ປະກອບ 40% ຍອດ​ປະລິມານ​ຜະລິດ​ຕະພັນ​ພາຍ​ໃນ ຂອງ​ໂລກ ​ແລະ 1/3 ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ. ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ, TPP ຈະ​ໄດ້​ເປີດ​ກວ້າງ​ຕາມ​ແຕ່​ລະ​ໄລຍະ ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ຢ່າງ​ກວ້າງຂວາງ​ກວ່າ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ ອາຊີ - ປາຊີ​ຝິກ.
ຂ່າວ/ບົດ​ອື່ນ