ຮອບເຈລະຈາດ້ານການຄ້າໃໝ່ລະຫວ່າງ ອາເມລິກາ ແລະ ຈີນ ດໍາເນີນໄປຢ່າງສະດວກ

(VOVWORLD) -“ວິວັດການເຈລະຈາ ຖືກດໍາເນີນໄປຢ່າງສະດວກ...”

        ວັນທີ 29 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ການເຈລະຈາດ້ານການຄ້າຮອບໃໝ່ລະຫວ່າງ ປະເທດນີ້ ແລະ ຈີນ ດໍາເນີນໄປຢ່າງສະດວກພໍສົມຄວນ. ກ່າວເຫັນຕໍ່ນັກຂ່າວຢູ່ເຂດພັກຜ່ອນບໍາລຸງສຸຂະພາບ Mar –a Lago ຢູ່ ລັດ Florida, ທ່ານ Donald Trump ກ່າວວ່າ: “ວິວັດການເຈລະຈາ ຖືກດໍາເນີນໄປຢ່າງສະດວກ. ບັນດາຝ່າຍພວມມານະພະຍາຍາມຢ່າງສຸດຂີດເພື່ອແກ້ໄຂບັນດາບັນຫາ ເຊິ່ງ ອາເມລິກາ ແລະ ຈີນ ຕ້ອງປະເຊີນໜ້າໃນຊຸມປີຜ່ານມາໃຫ້ລະອຽດ. ນັ້ນຈະແມ່ນຂໍ້ຕົກລົງຂະໜາດໃຫຍ່. ຖ້າຫາກບໍ່ແມ່ນຍ້ອນເປົ້າໝາຍນີ້, ພວກຂ້າພະເຈົ້າຈະບໍ່ເຂົ້າຮ່ວມການເຈລະຈາ”.

        ກ່ອນໜ້ານັ້ນ, ທໍານຽບຂາວ ກໍໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ ສອງຝ່າຍ “ຈະສືບຕໍ່ມີບັນດາຄວາມຄືບໜ້າທີ່ດີີໃນວິວັດການປຶກສາຫາລື ທີ່ມີລັກສະນະສ້າງສັນ ແລະ ກົງໄປກົງມາ ກ່ຽວກັບບັນດາບາດກ້າວເດີນສໍາຄັນຕໍ່ໄປ”. ເຖິງຢ່າງໃດກໍຕາມ, ແຈ້ງການດັ່ງກ່າວຂອງທໍານຽບຂາວ ແມ່ນບໍ່ໄດ້ເຕື້ອງເຖິງຂົງເຂດທີ່ໄດ້ຍົກອອກປຶກສາຫາລືກັນແຕ່ຢ່າງໃດເລີຍ. ການເຈລະຈາຮອບຕໍ່ໄປ ຄາດວ່າ ຈະຖືກຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນຂອງ ອາເມລິກາ ໃນອາທິດໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ