ຮ້ານວາງສະແດງສິນຄ້າ 550 ຮ້ານ ເຂົ້າຮ່ວມ Hanoi Gift Show 2014

ຮ້ານວາງສະແດງສິນຄ້າ 550 ຮ້ານ ເຂົ້າຮ່ວມ Hanoi Gift Show 2014 - ảnh 1
ກອງປະຊຸມຂ່າວ Hanoi Gift Show 2014
(ພາບ: baotintuc.vn)


(vovworld) – ຮ້ານ​ວາງສະ​ແດງ​ສິນຄ້າ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ​ຮ່າ​ໂນ້ຍ 2014 (Hanoi Gift Show 2014), ຈະ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 27 – 30/10, ຢູ່​ສູນຈັດ​ຕັ້ງ​ງານ​ວາງສະ​ແດງຫວຽດນາມ, ທີ່​ຮ່າ​ໂນ​້ຍ. Hanoi Gift Show 2014 ຄັ້ງ​ນີ້​ມີ ຮ້ານ​ວາງສະ​ແດງ​ສິນຄ້າ 550 ຮ້ານ ຂອງ ​ເກືອບ 300 ວິ​ສາ​ຫະກິດ​ຂອງ​ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ​ນະຄອນ​ໃນ​ທົ່ວ​ປະ​ເທດ. ການ​ນຳ​ສະມາຄົມ​ສົ່ງ​ອອກ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ​ຫວຽດນາມ ​ໃຫ້​ຮູ້​ວ່າ ງານ​ວາງສະ​ແດງ​ຄັ້ງ​ນີ້ຈະ​ມີ​ບັນດາ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ​, ​ເຄື່ອງ​ປະດັບ​ໃນ​ຄອບ​ຄົວ, ຜະລິດ​ຕະພັນ​ໂຕະ​ຕັ່ງ…ພິ​ເສດ, ​ໃນ​ຂອບ​ເຂດ Hanoi Gift Show 2014 ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ຄື: ອິນ​ໂດ​ເນ​ເຊຍ, ລາວ, ​ເນ​ປານ. ຄາດວ່າ, Hanoi Gift Show 2014 ຈະ​ດຶງດູດ​ຜູ້ມາ​ຢ້ຽມ​ຊົມ​ກວ່າ 10.000 ຄົນ.
ຂ່າວ/ບົດ​ອື່ນ