ຮາມາດ ຖະແຫຼງມອບສົ່ງຕົວປະກັນ ອິດສະຣາແອັນ 10 ຄົນໃນມື້ທີ 7 ຢ່າງລ້ຽນຕິດ

(VOVWORLD) - ຕົວປະກັນ 6 ຄົນ, ລວມມີ ຜູ້ໃຫຍ່ 4 ຄົນ, ນາງສາວຄົນໜຶ່ງອາຍຸ 17 ປີ ແລະ ຜູ້ຊາຍຄົນໜຶ່ງອາຍຸ 18 ປີ ໄດ້ປ່ອຍຕົວໃນຄັ້ງນີ້.
ຮາມາດ ຖະແຫຼງມອບສົ່ງຕົວປະກັນ ອິດສະຣາແອັນ 10 ຄົນໃນມື້ທີ 7 ຢ່າງລ້ຽນຕິດ - ảnh 1ຮາມາດ ປ່ອຍຕົວ ຕົວປະກັນໃນວັນທີ 28 ພະຈິກ
(ພາບ: AFP/TTXVN)

        ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ, ມີຕົວປະກັນຊາວ ອິດສະຣາແອັນ 6 ຄົນໄດ້ປ່ອຍຕົວຢູ່ເຂດ ກາຊາ ໄດ້ກັບເມືອຮອດ ອິດສະຣາແອັນ ໃນຄ່ຳຄືນວັນທີ 30 ພະຈິກ (ຕາມເວລາທ້ອງຖິ່ນ), ກ່ອນທີ່ໝົດກຳນົດເວລາຢຸດຍິງພຽງ 2-3 ຊົ່ວໂມງ. ຕົວປະກັນ 6 ຄົນ, ລວມມີ ຜູ້ໃຫຍ່ 4 ຄົນ, ນາງສາວຄົນໜຶ່ງອາຍຸ 17 ປີ ແລະ ຜູ້ຊາຍຄົນໜຶ່ງອາຍຸ 18 ປີ ໄດ້ປ່ອຍຕົວໃນຄັ້ງນີ້.

        ໃນຂະນະນັ້ນ, ຮາມາດ ຖະແຫຼງວ່າ, ນອກຈາກ 10 ຄົນໄດ້ຮຽກຮ້ອງປ່ອຍຕົວນັ້ນ ມີແມ່ຍິງ ລັດເຊຍ ເຊື້ອຊາດ ລັດເຊຍ 2 ຄົນໄດ້ປ່ອຍຕົວໃນວັນທີ 29 ພະຈິກ, ແມ່ນສ່ວນໜຶ່ງຂອງກຸ່ມຕົວປະກັນໄດ້ປ່ອຍຕົວໃນວັນທີ 30 ພະຈິກ, ສະນັ້ນ “ຈຳນວນຕົວປະກັນໄດ້ປ່ອຍຕົນໃນວັນທີ 30 ພະຈິກ ແມ່ນ 10 ຄົນ”.

        ໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Blinken ໃນວັນທີ 30 ພະຈິກ, ທ່ານປະທານາທິບໍດີອຳນາດການປົກຄອງ ອິດສະຣາແອັນ Mahmoud Abbas ໄດ້ຮຽກຮ້ອງການຢຸດຍິງຢ່າງຮອບດ້ານຢູ່ເຂດ ກາຊາ, ເນັ້ນໜັກເຖິງສະພາບຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຕ້ອງຍົກຍ້າຍ, ທ່ານຢືນຢັນວ່າ, ການນຳ ປາແລັດສະຕິນ ຈະຮັບຜິດຊອບໜ້າທີ່ຂອງຕົນສຳລັນປະຊາຊົນຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ