ຮ່າ​ຢາງ: Festival ແຄນ ເຜົ່າ​ມົ້ງ​ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 21 – 23 ເມ​ສາ

(VOVWORLD) - Festival ແຄນ ເຜົ່າມົ້ງ   ຮ່າຢາງ ແລະ ງານບຸນອາຫານການກິນ 3 ພາກເໜືອ - ກາງ - ໃຕ້ ປີ 2023 ຈະດຳເນີນແຕ່ວັນທີ 21 – 23 ເມສາ 2023, ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 22 ເມສາ ຢູ່ສະໜາມຫຼວງ 26 ມີນາ ນະຄອນ ຮ່າຢາງ.
ຮ່າ​ຢາງ: Festival ແຄນ ເຜົ່າ​ມົ້ງ​ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 21 – 23 ເມ​ສາ - ảnh 1ພາບປະກອບ
ເພື່ອແນໃສ່ວາດພາບຄືນການດຳລົງຊີວິດທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ແລະ ເອກະລັກຂອງປະຊາຄົມຊາວເຜົ່າມົ້ງ ເຊິ່ງໄດ້ອະນຸລັກຮັກສາມາແຕ່ນັບຮ້ອຍປີ, Festival ແຄນມົ້ງ ຖືກຈັດຂຶ້ນເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກ, ເຂັ້ມຄົ້ນໄປດ້ວຍຈຸດຄວາມງາມທີ່ເປັນມູນເຊື້ອບັນດາເຜົ່າ; ເປັນບ່ອນພົບປະ, ແລກປ່ຽນຈຸດຄວາມງາມທາງດ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະ ແລະ ແນະນຳບັນດາຜະລິດຕະພັນວັດທະນະທຳທາງດ້ານອາຫານການກິນຂອງແຂວງ ຮ່າຢາງ ກໍຄືບັນດາເຂດພາກໃນທົ່ວປະເທດ. ເຫດການດັ່ງກ່າວ ກໍເພື່ອແນໃສ່ຟື້ນຟູ ແລະ ພັດທະນາບັນດາຮີດຄອງປະເພນີອັນດີງາມຂອງປະຊາຊົນເຜົ່າມົ້ງ, ເຊິ່ງໄດ້ດຶງດູດແຂກມາຢ້ຽມຢາມ, ທັດສະນະສຶກສາເປັນຈຳນວນຫຼວງຫຼາຍ ແລະ ໄດ້ຮັບການຕີລາຄາສູງ.

ຕອບກັບ

ຂ່າວ/ບົດ​ອື່ນ