ຮ່າຢາງ ຮັບນາມມະຍົດເປັນສວນທໍລະນີສາດທົ່ວໂລກ UNESCO ເຂດພູພຽງຫີນດົ່ງວັນ ຄັ້ງທີ 3

(VOVWORLD) - ວັນທີ 3 ຕຸລາ 2010, ອົງການ UNESCO ໄດ້ຢັ້ງຢືນ ເຂດພູພຽງຫີນ ດົ່ງວັນ ເປັນສວນທໍລະນີສາດທົ່ວໂລກຢ່າງເປັນທາງ ການ, ກາຍເປັນສວນທໍລະນີສາດແຫ່ງທຳອິດຢູ່ ຫວຽດນາມ ແລະ ເປັນສວນແຫ່ງທີ່ສອງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
ຮ່າຢາງ ຮັບນາມມະຍົດເປັນສວນທໍລະນີສາດທົ່ວໂລກ UNESCO ເຂດພູພຽງຫີນດົ່ງວັນ ຄັ້ງທີ 3  - ảnh 1ພິທີໄດ້ຈັດຂຶ້ນໃນວັນທີ 28 ຕຸລາ ຢູ່ແຂວງ ຮ່າຢາງ
(ພາບ:dangcongsan.vn)

ຕອນຄຳ່ວັນທີ 28 ຕຸລາ, ຢູ່ເທດສະບານ ດົ່ງວັນ, ແຂວງ ຮ່າຢາງ ໄດ້ຈັດພິທີຮັບນາຍມະຍົດ ເປັນສະມາຊິກໃນເຄືອຂ່າຍສວນ ທໍລະນີສາດທົ່ວໂລກ ອົງການການສຶກສາ - ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ພູພຽງຫີນ ດົ່ງວັນ ຄັ້ງທີ 3.

ວັນທີ 3 ຕຸລາ 2010, ອົງການ UNESCO ໄດ້ຢັ້ງຢືນ ເຂດພູພຽງຫີນ ດົ່ງວັນ ເປັນສວນທໍລະນີສາດທົ່ວໂລກຢ່າງເປັນທາງ ການ, ກາຍເປັນສວນທໍລະນີສາດແຫ່ງທຳອິດຢູ່ ຫວຽດນາມ ແລະ ເປັນສວນແຫ່ງທີ່ສອງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໃນເດືອນ ກັນຍາ ຜ່ານມາ, ສະພາເຄືອຂ່າຍສວນທໍລະນີສາດທົ່ວ ໂລກ UNESCO, ທີ່ກອງປະຊຸມສາກົນຄັ້ງທີ 10, ໄດ້ຕີລາຄາສູງ ແລະ ສືບຕໍ່ຢັ້ງຢືນນາຍມະຍົດສວນທໍລະນີສາດທົ່ວໂລກ UNESCO ເຂດພູພຽງຫີນ ດົ່ງວັນ ຄັ້ງທີ 3.

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາເຂດພູພຽງຫີນ ດົ່ງວັນ ໄດ້ຮັບການຢັ້ງຢືນ ເປັນສວນທໍລະນີສາດທົ່ວໂລກ UNESCO ໃນປີ 2010, ໂສມໜ້າຂອງ ຮ່າຢາງ ເວົ້າລວມ, ເຂດສວນທໍລະນີສາດທົ່ວໂລກ UNESCO ພູພຽງຫີນ ດົ່ງວັນ ເວົ້າສະເພາະ ໄດ້ເລີ່ມຈະເລີນ, ບັນດາມໍລະດົກວັດທະນະທຳ, ມໍລະດົທໍລະນີສາດ, ຊີວະນາໆພັນ ໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍ, ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ