ຮ່າໂນ້ຍ ຈັດຕັ້ງລາຍການສະແດງສິລະປະຫຼາຍລາຍການ ຊົມເຊີຍກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ຢູ່ເຂດສວນດອກໄມ້ ຫຼີ໊ຖ໊າຍໂຕ໋ ໄດ້ດໍາເນີນລາຍການສະແດງສິລະປະ ທີ່ມີຊື່ວ່າ “ທັງລອງ ສວຍງາມຕະຫຼອດການ” ໂດຍ ໂຮງລະຄອນຟ້ອນລໍາທໍາເພງ ທັງລອງ ປະຕິບັດ

ເພື່ອຊົມເຊີຍກອງປະຊຸມສຸດຍອດຄັ້ງທີີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ທີ່ຖືກດໍາເນີນຢູ່ຮ່າໂນ້ຍ, ໃນຕອນຄໍ່າວັນທີ 26 – 28 ກຸມພາ, ຢູ່ເຂດອະນຸສາວະລີ ຫຼີ໊ຖ໊າຍໂຕ໋, ນະຄອນຫຼວງຮ່າໂນ້ຍ, ພະແນກວັດທະນະທໍາ, ກິລາ  ແລະ ທ່ອງທ່ຽວຮ່າໂນ້ຍ ໄດ້ຈັດຕັ້ງລາຍການສະແດງສິລະປະ - ວັດທະນະທໍາ ຫຼາຍລາຍການ ຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຮ່າໂນ້ຍ ຈັດຕັ້ງລາຍການສະແດງສິລະປະຫຼາຍລາຍການ ຊົມເຊີຍກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ - ảnh 1 ການສະແດງສິລະປະຢູ່ເຂດອະນຸສາວະລີ ຫຼີ໊ຖ໊າຍໂຕ໋ ໃນຕອນຄໍ່າວັນທີ 26 ກຸມພາ (ພາບ: kinhtedothi.vn)

        ຕອນຄໍ່າ 26 ກຸມພາ, ຢູ່ເຂດສວນດອກໄມ້ ຫຼີ໊ຖ໊າຍໂຕ໋ ໄດ້ດໍາເນີນລາຍການສະແດງສິລະປະ ທີ່ມີຊື່ວ່າ “ທັງລອງ ສວຍງາມຕະຫຼອດການ” ໂດຍ ໂຮງລະຄອນຟ້ອນລໍາທໍາເພງ ທັງລອງ ປະຕິບັດ. ຕອນຄໍ່າວັນທີ 27 ກຸມພາ ຈະດໍາເນີນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ທັງລອງ - ຫວຽດນາມ ບືນຕົວຂຶ້ນ” ໂດຍໂຮງລະຄອນ ຮ່່າໂນ້ຍ ປະຕິບັດ. ບັນດາລາຍການດັ່ງກ່າວ ໄດ້ສະແດງການຮ້ອງລໍາທໍາເພງ ຊົມເຊີຍບ້ານເກີດເມືອງນອນ, ປະເທດຊາດ ແລະ ສັນຕິພາບ. “ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ” ແມ່ນຫົວຂໍ້ຂອງລາຍການສະແດງສິລະປະທີ່ຈະຈັດຂຶ້ນໃນຄໍ່າຄືນວັນທີ 28 ກຸມພາ.


ຕອບກັບ

ຂ່າວ/ບົດ​ອື່ນ