ຮ່າ​ໂນ້ຍ ຈັດ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ລະ​ດັບ​ນະ​ຄອນ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

(VOVWORLD) - ຜ່ານກອງປະຊຸມໃຫຍ່ 17 ສະໄໝ, ແນວໂນມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ໂຄສະນາ, ຂົນຂວາຍ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະຢ່າງກວ້າງຂວາງ ເສີມຂະຫຍາຍບົດບາດຂອງບຸກຄົນດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າ, ສາສະໜາ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຮ່ວມແຮງຮ່ວມໃຈ ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຮັກຊາດ, ບັ້ນເຄື່ອນໄຫວປຸກລະດົມ, ແຂ່ງຂັນອອກແຮງງານທຳການຜະລິດ, ສ້າງຊີວິດການເປັນຢູ່ທາງດ້ານວັດທະນະທຳ; ຜັນຂະຫຍາຍບັນດາບັ້ນປຸກລະດົມໃຫ້ມີປະສິດທິຜົນ...
ຮ່າ​ໂນ້ຍ ຈັດ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ລະ​ດັບ​ນະ​ຄອນ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ - ảnh 1ບັນດາຜູ້ແທນເຂົ້າຮ່ວມວັນບຸນ (ພາບ:TTXVN)

ຕອນບ່າຍວັນທີ 18 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມຊົນຊາດເອກະພາບ ຫວຽດນາມ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ (18/11/1930 - 18/11/2023) ຄົບຮອບ 93 ປີ ແລະ 20 ປີ ແຫ່ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ (2003-2023), ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຈັດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດລະດັບນະຄອນຂຶ້ນເປັນຄັ້ງທຳອິດ ຢູ່ ເຂດວັດທະນະທຳປະດິດຄິດສ້າງ, ຖະໜົນຍ່າງ ຈິ້ງກົງເຊີນ (ເທດສະບານ ເຍີດເຕິນ, ເມືອງ ເຕີຍໂຮ່, ຮ່າໂນ້ຍ).

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນລານເຮືອງ ປະທານຄະນະກຳມະການແນວໂຮມປະເທດຊາດ ຫຽດນາມ ນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ ຜ່ານກອງປະຊຸມໃຫຍ່ 17 ສະໄໝ, ແນວໂນມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ໂຄສະນາ, ຂົນຂວາຍ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະຢ່າງກວ້າງຂວາງ ເສີມຂະຫຍາຍບົດບາດຂອງບຸກຄົນດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າ, ສາສະໜາ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຮ່ວມແຮງຮ່ວມໃຈ ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຮັກຊາດ, ບັ້ນເຄື່ອນໄຫວປຸກລະດົມ, ແຂ່ງຂັນອອກແຮງງານທຳການຜະລິດ, ສ້າງຊີວິດການເປັນຢູ່ທາງດ້ານວັດທະນະທຳ; ຜັນຂະຫຍາຍບັນດາບັ້ນປຸກລະດົມໃຫ້ມີປະສິດທິຜົນ...

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ຄະນະປະຈຳ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ, ທ່ານນາງ ຫງວຽນລານເຮືອງ ໄດ້ປຸກລະດົມບັ້ນແຂ່ງຂັນພິເສດ ເພື່ອຂ່ຳນັບຮັບຕອ້ນກອງປະຊຸມໃຫຍ່ ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ; ສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ.

ວັນບຸນໄດ້ດຳເນີນໃນເວລາ 3 ມື້ (ແຕ່ວັນທີ 17 – 19 ພະຈິກ) ດ້ວຍກິດຈະກຳຫຼາຍທີ່ມີຄວາມໝາຍຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ