ຮ່າໂນ້ຍ ຈະນຳໜ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ

(VOVWORLD) - ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຮ່າໂນ້ຍ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຫລາຍກ່ວາ 7,5 ຕື້ USD, ເພີ່ມຂຶ້ນ 2,18 ເທື່ອ ເມື່ອທຽບກັບປີ 2017. 
ຮ່າໂນ້ຍ ຈະນຳໜ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ - ảnh 1ທ່ານ ເຈິ່ນງອັກນາມ (ພາບ: http://kinhtedothi.vn)

ດ້ວຍໝາກຜົນນີ້, ຄາດວ່າ ປີນີ້ ຮ່າໂນ້ຍ ຈະຢືນອັນດັບໜຶ່ງໃນທົ່ວປະເທດ ແລະ ສູງສຸດໃນຮອບ 30 ປີ ຂອງການປະຕິບັດການດຶງດູດເງິນລົງທຶນຈາກຕ່າງປະເທດ. ຂໍ້ມູນດັ່ງກ່າວ ໂດຍທ່ານ ເຈິ່ນງອັກນາມ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນ ຮ່າໂນ້ຍ ປະກາດໃນວັນທີ 25 ທັນວາ ນີ້.

        ລະອຽດ, ຕາມທ່ານ ເຈິ່ນງອັກນາມ ແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ນະຄອນ ໄດ້ອອກໃບອະນຸຍາດໃໝ່ໃຫ້ 616 ໂຄງການ, ຍອດທຶນຈົດທະບຽນໃໝ່ເພີ່ມຂຶ້ນ 5 ຕື້ USD. ໃນນັ້ນ, ຂົງເຂດອະສັງຫາລິມະຊັບ ກວມເອົາເກືອບ 35% ຂອງຈຳນວນເງິນລົງທຶນ FDI ທັງໝົດ, ຖັດມາແມ່ນຂົງເຂດອຸດສາຫະກຳປຸງແຕ່ງ, ການປະດິດສ້າງ, ຂໍ້ມູນຂ່າວສານ ແລະ ການສື່ສານ, ການກໍ່ສ້າງ ແລະ ຂົງເຂດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ