ຮ່າໂນ້ຍ ຍ້ອງຍໍ, ເຊີດຊູບັນດາຂະບວນການແຂ່ງຂັນຮັກຊາດ

(VOVWORLD) - ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນປະທານ ໂຮ່ຈີມິນ ຮຽກຮ້ອງການແຂ່ງຂັນຮັກຊາດ, ຕອນເຊົ້າວັນທີ 02 ມິຖຸນາ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ
ຮ່າໂນ້ຍ ຍ້ອງຍໍ, ເຊີດຊູບັນດາຂະບວນການແຂ່ງຂັນຮັກຊາດ - ảnh 1ພິທີຍ້ອງຍໍ, ເຊີດຊູບັນດາຂະບວນການແຂ່ງຂັນຮັກຊາດ

ໄດ້ຈັດຕັ້ງລາຍການຍ້ອງຍໍ, ເຊີດຊູບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາແບບຢ່າງດີເດັ່ນດ້ວຍຫົວຂໍ້ວ່າ “ປຸກລຸກແຫຼ່ງກຳລັງແຮງ”. ຮ້ອຍໂທ ຫງວຽນວັນຕ໋ຽນ, ສັງກັດຫ້ອງການຕຳຫລວດຈະລາຈອນ, ຕຳຫລວດນະຄອນ ຮ່າໂນ້ຍ, ເຊິ່ງແມ່ນຜູ້ທີ່ກູ້ເອົາຊີວິດໃຫ້ 5 ຄົນ ໃນເຫດໄຟໄໝ້ ໃຫ້ຮູ້ວ່າ:

        “ການກະທຳນັ້ນ ຂ້າພະເຈົ້າຄິດວ່າ ແມ່ນຄວາມຮັບຜິດຊອບ, ແມ່ນມະໂນທຳຂອງພະນັກງານ, ຕຳຫລວດປະຊາຊົນ. ຂ້າພະເຈົ້າຄິດວ່າ ບໍ່ພຽງແຕ່ສະເພາະຂ້າພະເຈົ້າເທົ່ານັ້ນ ບໍ່ວ່າພະນັກງານ, ນັກຮົບຄົນໃດ ເພື່ອຕົກຢູ່ໃນສະພາບການຄືດັ່ງກ່າວນັ້ນ ກໍ່ລ້ວນແຕ່ມີການກະທຳຄືກັນກັບຂ້າພະເຈົ້າ, ພ້ອມແລ້ວທີ່ຈະຊ່ວຍເຫຼືອປະຊາຊົນໃນທຸກສະຖານະການ. ເຖິງວ່າ ວຽກນັ້ນຈະອັນຕະລາຍ, ມີຄວາມຫຍຸ້ງຍາກກໍ່ຕ້ອງປະຕິບັດ

        ຮ່າໂນ້ຍ ຈະສືບຕໍ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ໃຫ້ນັບມື້ນັບຊຶມເລີກ, ແຜ່ຂະຫຍາຍ, ແທດຈິງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ