ຮ່າໂນ້ຍ ຕັດສິນໃຈຈັດການເລືອກຕັ້ງສຳເລັດຜົນ

(VOVWORLD) -ໃນສະເພາະໜ້າ, ຕ້ອງເອົາໃຈໃສ່ເບິ່ງແຍງໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃຫ້ເປັນຢ່າງດີ
ຮ່າໂນ້ຍ ຕັດສິນໃຈຈັດການເລືອກຕັ້ງສຳເລັດຜົນ - ảnh 1ກອງປະຊຸມທາງອອນລາຍ
(ພາບ: /hanoimoi.com.vn)

ຕອນບ່າຍວັນທີ 23 ມັງກອນ, ຄະນະປະຈຳອົງຄະນະພັກນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມທາງອອນລາຍ ຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021-2026. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ເວື້ອງດິ່ງເຫ້ວ ເນັ້ນໜັກວ່າ, ເພື່ອປະຕິບັດໜ້າທີ່ດັ່ງກ່າວໃຫ້ເປັນຢ່າງດີນັ້ນ, ສະເໜີໃຫ້ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ແນວໂຮມປະເທດຊາດ, ບັນດາໝູ່ຄະນະການເມືອງສັງຄົມ ຈົ່ງຄົ້ນຄວ້າຂໍ້ກຳນົດຂອງກົດໝາຍກ່ຽວກັບການເລືອກຕັ້ງ, ການແນະນຳຂອງສູນກາງຢ່າງລະອຽດ. ທຸກຂັ້ນຕ້ອງຍົກສູງຈິດໃຈໜ້າທີ່ຄວາມຮັບຜິດຊອບ, ຮັບປະກັນການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ-19, ຮັກສາຄວາມໝັ້ນຄົງ - ການປ້ອງກັນຊາດ, ຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ. ໃນສະເພາະໜ້າ, ຕ້ອງເອົາໃຈໃສ່ເບິ່ງແຍງໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃຫ້ເປັນຢ່າງດີ; ສ້າງເງື່ອນໄຂດີທີ່ສຸດໃຫ້ປະຊາຊົນຕ້ອນຮັບບຸນເຮັດປີສະຫຼູ 2021 ຢ່າງເບີກບ່ານມ່ວນຊື່ນ, ມີຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ