ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວເກືອບ 14 ລ້ານເທື່ອຄົນ

(VOVWORLD) - ໃນນັ້ນ, ຄາດວ່າ, ແຂກທ່ອງທ່ຽວສາກົນບັນລຸ 766.000 ເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດບັນລຸກ່ວາ 13 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸປະມານ 39.000 ຕື້ດົ່ງ
ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວເກືອບ 14 ລ້ານເທື່ອຄົນ - ảnh 1ພາບປະກອບ
 

ຕາມແຫຼ່ງຂ່າວຈາກພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ແຕ່ຕົ້ນປີມາຮອດປະຈຸບັນ, ນະຄອນຫຼວງ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 14 ລ້ານເທື່ອຄົນ (ເພີ່ມຂຶ້ນ 4ເທື່ອເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ). ໃນນັ້ນ, ຄາດວ່າ, ແຂກທ່ອງທ່ຽວສາກົນບັນລຸ 766.000 ເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດບັນລຸກ່ວາ 13 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸປະມານ 39.000 ຕື້ດົ່ງ (ເພີ່ມຂຶ້ນເກືອບ 4,7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021). ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາຍັງນະຄອນຫຼວງກ່ວາອີກ, ພິເສດແມ່ນແຂກທ່ຽວທ່ຽວສາກົນ, ແຕ່ວັນທີ 20 – 30 ຕຸລາ, ນະຄອນ ຮ່າໂນ້ຍ ໄດ້ຈັດສັບປະດາທ່ອງທ່ຽວກ໊ອຟ ຮ່າໂນ້ຍ ປີ 2022 ຢູ່ບັນດາສະໜາມ ກ໊ອຟ ແລະ ບັນດາສະຖານທີ່ທ່ອງທ່ຽວຢູ່ ຮ່າໂນ້ຍ, ຮືງອຽນ, ຮ່ານາມ, ຫວີງຟຸກ ແລະ ຮ່ວາບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ