ຮ່າໂນ້ຍ ປຸກລະດົມລາຍການ “ຄາບເຂົ້າໃຫ້ຄົນທຸກຍາກໃນໄລຍະເກີດໂລກລະບາດ”

(VOVWORLD) -ລາຍການໄດ້ວາງຄາດໝາຍລະດົມ “10.000 ຄາບເຂົ້າ” ເພື່ອແນໃສ່ໜູນຊ່ວຍໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດກວ່າ 3.000 ຄົນໃນບໍລິເວນນະຄອນ ຮ່າໂນ້ຍ.
ຮ່າໂນ້ຍ ປຸກລະດົມລາຍການ “ຄາບເຂົ້າໃຫ້ຄົນທຸກຍາກໃນໄລຍະເກີດໂລກລະບາດ” - ảnh 1ລາຍການໄດ້ວາງຄາດໝາຍລະດົມ “10.000 ຄາບເຂົ້າ”
(ພາບ: daidoanket.vn)

ວັນທີ 06 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການ “ຄາບເຂົ້າໃຫ້ຄົນທຸກຍາກໃນໄລຍະເກີດໂລກລະບາດ”. ລາຍການໄດ້ວາງຄາດໝາຍລະດົມ “10.000 ຄາບເຂົ້າ” ເພື່ອແນໃສ່ໜູນຊ່ວຍໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດກວ່າ 3.000 ຄົນໃນບໍລິເວນນະຄອນ ຮ່າໂນ້ຍ. ທ່ານ ເລແອັງດາດ, ຜູ້ຮັກສາການຜູ້ອຳນວຍການໃຫຍ່ໜັງສືພິມ ດ້າຍດ່ວານເກດ (ໜັງສືມພິມມະຫາສາມັກຄີ), ຫົວໜ່ວຍເຂົ້າຮ່ວມລາຍການ, ໃຫ້ຮູ້ວ່າ:

        “ໃນເວລາພຽງ 3 ວັນແຫ່ງການປຸກລະດົມ, ຄະນະຈັດຕັ້ງໄດ້ຮັບການສະໜັບສະໜູນເງິນ, ວັດຖຸ, ອາຫານ ຄາດວ່າມີ 50.000 ຄາບເຂົ້າ, ລື່ນກາຍຕົວເລກຄາດຄະເນໃນເບື້ອງຕົ້ນແມ່ນ 10.000 ຄາບເຂົ້າ. ໃນໄລຍະຈະມາເຖິງ, ໂລກລະບາດຍັງຈະມີການຜັນແປຢ່າງສັບສົນຢູ່, ຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກຍັງປະສົບກັບຄວາມຫຍຸ້ງຍາກຢູ່, ເລື່ອງເບິ່ງແຍງດູແລໃຫ້ຄົນທຸກຍາກກໍ່ລຳບາກ ເມື່ອບັນດາແຂວງປະຕິບັດບັນດາມາດຕະການຕ້ານໂລກລະບາດຢ່າງເຄັ່ງຄັດກວ່າ, ແຕ່ຍິ່ງຫຍຸ້ງຍາກພວກເຮົາກໍ່ຍິ່ງມານະພະຍາຍາມ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

ຕອບກັບ

ຂ່າວ/ບົດ​ອື່ນ