ຮ່າ​ໂນ້ຍ: ປະ​ຊາ​ຊົນ​ກວ່າ 2,6 ລ້ານ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ສັງ​ຄົມ

(VOVWORLD) -ມາຮອດປັດຈຸບັນ, ທົ່ວນະຄອນ ໄດ້ຕົກລົງໜູນຊ່ວຍຈຳນວນເງິນກວ່າ 1.000 ຕື້ດົ່ງ ໃຫ້ແກ່ປະຊາຊົນ, ຊາວຜູ້ອອກແຮງງານ, ຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ກວ່າ 2,6 ລ້ານເທື່ອຄົນ. 
ຮ່າ​ໂນ້ຍ: ປະ​ຊາ​ຊົນ​ກວ່າ 2,6 ລ້ານ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ສັງ​ຄົມ - ảnh 1(ພາບ: hanoimoi.com.vn)

 

 

ຕາມການສະຖິຕິຂອງພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ ໃນສອງວັນຜ່ານມາ, ຮ່າໂນ້ຍ ໄດ້ມີປະຊາຊົນ ແລະ ຄອບຄົວ ກວ່າ 40.000 ເທື່ອຄົນ ໄດ້ຮັບການໜູນຊ່ວຍຕື່ມອີກ, ດ້ວຍຈຳນວນເງິນເພີ່ມຂຶ້ນເກືອບ 8 ຕື້ດົ່ງ. ມາຮອດປັດຈຸບັນ, ທົ່ວນະຄອນ ໄດ້ຕົກລົງໜູນຊ່ວຍຈຳນວນເງິນກວ່າ 1.000 ຕື້ດົ່ງ ໃຫ້ແກ່ປະຊາຊົນ, ຊາວຜູ້ອອກແຮງງານ, ຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ກວ່າ 2,6 ລ້ານເທື່ອຄົນ. ທ່ານ ຫງວຽນຮົ່ງເຢິນ, ຮອງຫົວໜ້າພະແນກແຮງງານ - ທະຫານເສຍອົງຄະ  ແລະ ສັງຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ປັດຈຸບັນ, ບັນດາເມືອງ, ເທດສະບານໃນບໍລິເວນນະຄອນ ໄດ້ໃຫ້ການໜູນຊ່ວຍໂດຍພື້ນຖານແລ້ວ, ຮັບປະກັນຖືກຕາມເປົ້າໝາຍ ແລະ ທັນການ. ສຳລັບປະຊາຊົນຜູ້ທີ່ຢູ່ເຂດຖືກຈຳກັດບໍລິເວນ ທີ່ບໍ່ສາມາດໄປ - ມາໄດ້ນັ້ນ, ແຕ່ລະເມືອງກໍມີວິທີເຮັດທີ່ມີຫົວຄິດປະດິດສ້າງ  ແລະ ຮັບປະກັນຖືກຕ້ອງຕາມຫຼັກການປ້ອງກັນ, ຕ້ານໂລກລະບາດ ແລະ ໄດ້ໃຫ້ການໜູນຊ່ວຍຢ່າງວ່ອງໄວ, ທັນການທີ່ສຸດ”.

ສິ່ງທີ່ໜ້າສົນໃຈແມ່ນ, ຈຳນວນຜູ້ໄດ້ຊົມໃຊ້ນະໂຍບາຍ, ແຫຼ່ງກຳລັງໜູນຊ່ວຍ ແມ່ນມີຫຼາຍເປົ້າໝາຍ ເປັນຕົ້ນແມ່ນ ແຮງງານນອກລະບົບ, ແຮງງານຕ່າງແຂວງ. ແຫຼ່ງກຳລັງຈາກການຫັນວຽກງານມາເປັນຂອງສັງຄົມກໍໄດ້ໃຫ້ບູລິມະສິດໜູນຊ່ວຍໃຫ້ແກ່ປະຊາຊົນ ແລະ ແຮງງານຕ່າງແຂວງ…/.

ນັກຂ່າວ ແອັງຮວ່ຽນ

ຕອບກັບ

ຂ່າວ/ບົດ​ອື່ນ