ຮ່າໂນ້ຍ ປາດຖະໜາວ່າ ສິງກະໂປ ໜູນຊ່ວຍໃນການສ້າງແຜນຜັງຕົວເມືອງ

(VOVWORLD) -ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ຕີລາຄາສູງບັນດາການໜູນຊ່ວຍຂອງ ສິງກະໂປ ຕໍ່ກັບ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະໃນໄລຍະຜ່ານມາ
ຮ່າໂນ້ຍ  ປາດຖະໜາວ່າ ສິງກະໂປ ໜູນຊ່ວຍໃນການສ້າງແຜນຜັງຕົວເມືອງ - ảnh 1(ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ)

ຕອນບ່າຍວັນທີ 16 ສິງຫາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ເຂົ້າຢ້ຽມຂ່ຳນັບ.

        ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ຕີລາຄາສູງບັນດາການໜູນຊ່ວຍຂອງ ສິງກະໂປ ຕໍ່ກັບ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະໃນໄລຍະຜ່ານມາ, ປາດຖະໜາວ່າ 2 ຝ່າຍຈະມີການເຄື່ອນໄຫວຢ່າງແທດຈິງ ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງທີ່ສຳຄັນ. ທ່ານ ເຈິ່ນຊີ້ແທັງ ປາດຖະໜາຢາກໃຫ້ຝ່າຍ ສິງກະໂປ ໜູນຊ່ວຍຈັດສົ່ງກຸ່ມນັກຊ່ຽວຊານມາຊ່ວຍ ຮ່າໂນ້ຍ ໃນການພິຈາລະນາແນວຄວາມຄິດ, ຂໍ້ສະເໜີ ແນໃສ່ພັດທະນານະຄອນຫຼວງ ຮອດປີ 2030, ວິໄສທັດຮອດປີ 2045. ພ້ອມທັງ, ທາງນະຄອນກໍ່ຢາກໃຫ້ ສິງກະໂປ ແບ່ງປັນບົດຮຽນ ແລະ ໜູນຊ່ວຍໃນການພັດທະນາເຮືອນຢູ່ຮັບໃຊ້ປະຊາຊົນ; ຈັດຕັ້ງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະ, ທັນສະໄໝ; ບຳລຸງສ້າງຖັນແຖວພະນັກງານຄຸ້ມຄອງໃຫ້ມີກຳລັງຄວາມສາມາດ…

ຕອບກັບ

ຂ່າວ/ບົດ​ອື່ນ