ຮ່າໂນ້ຍ ວິໄຈຫາເຊື້ອໂຄວິດ-19 ໃຫ້ປະຊາຊົນທີ່ກັບມາຈາກ ດ່າໜັງ ທັງໝົດ ພາຍຫລັງວັນທີ 16 ກໍລະກົດ

(VOVWORLD) -  ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ປະຊາຊົນ ເປັນເຈົ້າການສົມທົບກັບສູນຄວບຄຸມພະຍາດນະຄອນ ຮ່າໂນ້ຍ ເພື່ອປະຕິບັດການວິໄຈໂຄວິດ-19.
ຮ່າໂນ້ຍ ວິໄຈຫາເຊື້ອໂຄວິດ-19 ໃຫ້ປະຊາຊົນທີ່ກັບມາຈາກ ດ່າໜັງ ທັງໝົດ  ພາຍຫລັງວັນທີ 16 ກໍລະກົດ - ảnh 1 ຮ່າໂນ້ຍ ວິໄຈຫາເຊື້ອໂຄວິດ-19 ໃຫ້ປະຊາຊົນທີ່ກັບມາຈາກ ດ່າໜັງ ທັງໝົດ  ພາຍຫລັງວັນທີ 16 ກໍລະກົດ (ພາບ: TTXVN)

ວັນທີ 30 ກໍລະກົດ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ນະຄອນຮ່າໂນ້ຍ ໄດ້ປະກາດບົດສະຫລຸບຂອງທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ, ຫົວໜ້າຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19 ນະຄອນ ຮ່າໂນ້ຍທີ່ກອງປະຊຸມເທື່ອທີ 44, ໃນນັ້ນ ໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ກັບມາຈາກ ດ່າໜັງ ຫລັງວັນທີ 16 ກໍລະກົດ, ຕ້ອງປະຕິບັດການກັກຕົວຢູ່ເຮືອນ ແລະ ເອົາຕົວຢ່າງໄປວິໄຈຫາເຊື້ອໃນທັນທີ.

        ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ປະຊາຊົນ ເປັນເຈົ້າການສົມທົບກັບສູນຄວບຄຸມພະຍາດນະຄອນ ຮ່າໂນ້ຍ ເພື່ອປະຕິບັດການວິໄຈໂຄວິດ-19. ການວິໄຈຫາເຊື້ອຈະສຳເລັດກ່ອນວັນທີ 02 ສິງຫາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ