ຮ່າ​ໂນ້ຍ ສືບ​ຕໍ່​ປະຕິບັດ​ການ​ແຍກ​ຫ່າງ​ໃນ​ສັງຄົມ ​ເມື່ອ​ກັບ​ຄືນ​ສູ່​ການ​ດໍາລົງ​ຊີວິດ​ເປັນ​ປົກກະຕິ

(VOVWORLD) -ທ່ານປະທານຄະນະກໍາມະການປະຊາຊົນນະຄອນຮຽກຮ້ອງໃຫ້ໂຮງໝໍແຫ່ງຕ່າງໆ ໝູນໃຊ້ເຕັກໂນໂລຢີ ເພື່ອໃຫ້ປະຊາຊົນສາມາດນັດໂມງກວດສຸຂະພາບ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ.
ຮ່າ​ໂນ້ຍ ສືບ​ຕໍ່​ປະຕິບັດ​ການ​ແຍກ​ຫ່າງ​ໃນ​ສັງຄົມ ​ເມື່ອ​ກັບ​ຄືນ​ສູ່​ການ​ດໍາລົງ​ຊີວິດ​ເປັນ​ປົກກະຕິ - ảnh 1ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ຈູງຮວ່າ, ເກົ່າໄຍ, ຮ່າໂນ້ຍ ປະຕິບັດການກວດອຸນຫະພຸມກ່ອນຈະເຂົ້າຫ້ອງຮຽນ (ພາບ:TTXVN)

        ເພື່ອສືບຕໍ່ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນໃຫ້ມີປະສິດທິຜົນ ເມື່ອກັບຄືນສູ່ການດໍາລົງຊີວິດເປັນປົກກະຕິ, ທີ່ກອງປະຊຸມຄະນະຊີ້ນໍາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນຮ່າໂນ້ຍ ເຊິ່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 4 ພຶດສະພາ, ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຮຽກຮ້ອງບັນດາຄະນະ, ຂະແໜງການສືບຕໍ່ປະຕິບັດບັນດາມາດຕະການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ພິເສດແມ່ນຢູ່ໂຮງຮຽນ, ໂຮງໝໍແຫ່ງຕ່າງໆ ເມື່ອກັບເຮືອນສູ່ການເຄື່ອນໄຫວເປັນປົກກະຕິຄືນໃໝ່. ທ່ານ ຫງວຽນດຶກຈູງ ກໍຮຽກຮ້ອງໃຫ້ຂະແໜງການສຶກສາ ຕ້ອງສືບຕໍ່ໂຄສະນາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ແກ່ຄູອາຈານ, ນັກຮຽນ, ພະຍາຍາມຮັກສາໄລຍະຫ່າງທີ່ປອດໄພທີ່ສຸດໃນຫ້ອງຮຽນ.

        ເພື່ອແນໃສ່ສະກັດກັ້ນຄວາມສ່ຽງຕິດຕໍ່ກັນໃນໂຮງໝໍ ແລະ ເຂດຊຸມຊົນ, ທ່ານປະທານຄະນະກໍາມະການປະຊາຊົນນະຄອນຮຽກຮ້ອງໃຫ້ໂຮງໝໍແຫ່ງຕ່າງໆ ໝູນໃຊ້ເຕັກໂນໂລຢີ ເພື່ອໃຫ້ປະຊາຊົນສາມາດນັດໂມງກວດສຸຂະພາບ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ