ຮ່າໂນ້ຍ ສຸມໃສ່ພັດທະນາບັນດາເຂດອຸດສາຫະກຳໄລຍະ 2021 – 2025

(VOVWORLD) -ປະຈຸບັນ, ມີ 25 ປະເທດ, ເຂດແຄ້ວນທີ່ມີໂຄງການລົງທຶນຢູ່ບັນດາເຂດອຸດສາຫະກຳຂອງ ຮ່າໂນ້ຍ
ຮ່າໂນ້ຍ ສຸມໃສ່ພັດທະນາບັນດາເຂດອຸດສາຫະກຳໄລຍະ 2021 – 2025 - ảnh 1ແຜນຮ່າງສ້າງເຂດອຸດສາຫະກຳແຕ່ 2 – 5 ແຫ່ງໃນບໍລິເວນນະຄອນຫຼວງ ໄລຍະ 2021 – 2025
(ພາບປະກອບ: kinhtedothi.vn)

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ເຊັນອະນຸມັດຜ່ານແຜນຮ່າງສ້າງເຂດອຸດສາຫະກຳແຕ່ 2 – 5 ແຫ່ງໃນບໍລິເວນນະຄອນຫຼວງ ໄລຍະ 2021 – 2025. ເລື່ອງກໍ່ສ້າງ ແລະ ຜັນຂະຫຍາຍແຜນຮ່າງແມ່ນເພື່ອແນໃສ່ຫັນໜ້າທີ່ ແລະ ມາດຕະການໃຫ້ປະກົດຜົນເປັນຈິງ ກ່ຽວກັບການກວດກາ, ພັດທະນາລະບົບພື້ນຖານໂຄງລ່າງອຸດສາຫະກຳ ແລະ ຮຽກຮ້ອງໃຫ້ວິສາຫະກິດລົງທຶນເຂົ້າບັນດາເຂດອຸດສາຫະກຳ, ເຂດເຕັກໂນໂລຊີສູງໃນບໍລິເວນນະຄອນ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຢ່າງໄວ ແລະ ຍືນຍົງ ໄລຍະ 2021-2025. ດ້ວຍທ່າແກ່ງແຍ້ງກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ, ສະພາບການເມືອງມີສະຖຽນລະພາບ, ເສດຖະກິດ - ສັງຄົມພັດທະນາແບບຍືນຍົງ, ມີແຫຼ່ງຊັບພະຍາກອນມະນຸດຫຼວງຫຼາຍ, ມີຄຸນະນະພາບສູງ, ນະຄອນຫຼວງ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ດຶງດູດສຳລັບນັກລົງທຶນຕ່າງປະເທດ.

        ປະຈຸບັນ, ມີ 25 ປະເທດ, ເຂດແຄ້ວນທີ່ມີໂຄງການລົງທຶນຢູ່ບັນດາເຂດອຸດສາຫະກຳຂອງ ຮ່າໂນ້ຍ, ໃນນັ້ນ ຍີ່ປຸ່ນ ແມ່ນປະເທດນຳໜ້າດ້ວຍການຈົດທະບຽນລົງທຶນກວມເອົາ 61%.

ຕອບກັບ

ຂ່າວ/ບົດ​ອື່ນ