ຮ່າໂນ້ຍ “ຮັບ​ມື​ຢ່າງ​ປອດ​ໄພ, ຄ່ອງ​ຕົວ, ມີ​ໄຫວ​ພິບ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ”

(VOVWORLD) -ທ່ານ ຈູງອກແອັງ ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ຫາກໍ່ປະກາດໃຊ້ໂທລະເລກທາງການ ກ່ຽວກັບການຜັນຂະຫຍາຍມາດຕະການຊົ່ວຄາວ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ໃນບໍລິເວນນະຄອນ.

ຮ່າໂນ້ຍ “ຮັບ​ມື​ຢ່າງ​ປອດ​ໄພ, ຄ່ອງ​ຕົວ, ມີ​ໄຫວ​ພິບ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ” - ảnh 1ພາບປະກອບ: TTXVN

ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ຄະນະ, ຂະແໜງການ, ປະທານຄະນະກຳມະການປະຊາຊົນເມືອງ, ຕາແສງ ຮີບດ່ວນຜັນຂະຫຍາຍແຜນການຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ໃນແຕ່ລະຂະແໜງ, ແຕ່ລະຂົງເຂດ, ແຕ່ລະທ້ອງຖິ່ນ, ຍູ້ແຮງການແບ່ງຂັ້ນ, ມອບສິດ ອຳນາດຕິດພັນກັບຄວາມຮັບຜິດຊອບ ແລະ ເປັນເຈົ້າການເຂົ້າຮ່ວມຢ່າງຂ້ຽວຂາດ, ແທດຈິງ, ມີປະສິດທິຜົນ, ນັບແຕ່ຂັ້ນຮາກຖານ, ເພີ່ມທະວີການກວດກາ, ຕິດຕາມ, ຮັບປະກັນລະບຽບວິໄນ, ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດ ສັງຄົມ ໃຫ້ເປັນຢ່າງດີ, ສູ້ຊົນປະຕິບັດຕົວເລກຄາດ ໜ້າທີ່ແຜນການວຽກງານໃນຊຸມເດືອນທ້າຍປີ 2021 ໃຫ້ສຳເລັດຢູ່ໃນລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ