ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ


ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ - ảnh 1
ຮ່າ​ໂນ້ຍ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດທຳ​ການ​ຕໍ່​ຕ້ານ

(vovworld)- ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດທຳ​ການ​ຕໍ່​ຕ້ານ (19/12/1946-19/12/2016) ໃນ​ທົ່ວ​ບໍ​ລິ​ເວນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ, ກິ​ລາ, ແນ​ໃສ່​ຫວນ​ຄືນ​ມູນ​ເຊື້ອ​ປະ​ຕິ​ວັດ​ທີ່​ສະ​ຫງ່າ​ລາ​ສີ ແລະ ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ. ໃນ​ຕອນ​ຄ່ຳ​ວັນ​ທີ 17 ແລະ 18/12, ຢູ່​ບັນ​ດາ​ສູນ​ວັດ​ທະ​ນະ​ທຳ, ກິ​ລາ, ບັນ​ດາ​ເຂດ​ຜະ​ລິດ​ສົ່ງ​ອອກ, ເຂດ​ອຸດ​ສາ​ຫະ​ກຳ​ຂອງ 30 ເມືອງ​, ເທດ​ສະ​ບານ​ໃນ​ບໍ​ລິ​ເວນ​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ບັນ​ດາ​ລາຍ​ການ​ສະ​ແດງ​ສິລະ​ປະດ້ວຍ​ເນື້ອ​ໃນ​ຍ້ອງຍ​ໍ​ຊົມ​ເຊີຍ​ພັກ, ປະ​ທານ​ໂຮ່​ຈິ​ມິນ, ມູນ​ເຊື້ອ​ປະ​ຕິ​ວັດ​ທີ່​ສະ​ຫງ່າອົງ​ອາດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງ.
ຂ່າວ/ບົດ​ອື່ນ