ຮ່າໂນ້ຍຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ

(VOVWORLD) -ໃນ 5 ປີຜ່ານມາ, ການປະຕິບັດການຜັນຂະຫຍາຍຄຳສັ່ງເລກທີ 05 ຂອງກົມການເມືອງ ແລະ ແຜນການເລກທີ 18 ຂອງຄະນະພັກນະຄອນ ໄດ້ກາຍເປັນວຽກງານທີ່ເຮັດເປັນປະຈຳໃນການດຳເນີນຊີວິດພັກ
ຮ່າໂນ້ຍຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ - ảnh 1ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: hanoi.gov.vn)

ຕອນເຊົ້າວັນທີ 15 ຕຸລາ, ຄະນະພັກນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມຜັນຂະຫຍາຍແຜນການປະຕິບັດບົດສະຫຼຸບເລກທີ 01 ຂອງກົມການເມືອງ ກ່ຽວກັບການປະຕິບັດຄຳສັ່ງເລກທີ 05 “ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ”.

        ໃນ 5 ປີຜ່ານມາ, ການປະຕິບັດການຜັນຂະຫຍາຍຄຳສັ່ງເລກທີ 05 ຂອງກົມການເມືອງ ແລະ ແຜນການເລກທີ 18 ຂອງຄະນະພັກນະຄອນ ໄດ້ກາຍເປັນວຽກງານທີ່ເຮັດເປັນປະຈຳໃນການດຳເນີນຊີວິດພັກ ແລະ ໃນວຽກງານຂອງຖັນແຖວພະນັກງານ, ສະມາຊິກພັກ, ພິເສດແມ່ນໄດ້ເສີມຂະຫຍາຍບົດບາດເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ… ໃນການຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ, ຢືນຢັນວ່າ:

          “ຈົ່ງຢຶດໝັ້ນເປົ້າໝາຍສ້າງຊາວ ຮ່າໂນ້ຍ ໃຫ້ສຸພາບຮຽບຮ້ອຍ, ສີວິໄລ, ເສີມຂະຫາຍຄຸນຄ່າວັດທະນະທຳມະນຸດຢ່າງເລິກເຊິ່ງຂອງ ທັງລອງ - ຮ່າໂນ້ຍ ແຫ່ງອະລິຍາທຳນັບພັນປີ. ຕິດພັນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ ກັບການປະຕິບັດຫຼັກການປະພຶດຂອງພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຢູ່ອົງການຂຶ້ນກັບນະຄອນ ຮ່າໂນ້ຍ; ປ່ຽນແປງໃໝ່ແບບວິທີ, ແບບແຜນການເຮັດວຽກ, ສ້າງການຫັນປ່ຽນຢ່າງແຮງ, ຕັ້ງໜ້າໃນການປະຕິບັດວຽກງານທາງລັດຖະການຂອງພະນັກງານ, ພາລະກອນນະຄອນ ຮ່າໂນ້ຍ ໃຫ້ສຳເລັດ”.

ຕອບກັບ

ຂ່າວ/ບົດ​ອື່ນ