ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ​ການ​ແຂ່ງ​ຂັນ​ແຕ່ງ​ບົດກ່ຽວ​ກັບ​ແບບ​ຢ່າງ​ວຽກ​ດີ​ຄົນ​ເດັ່ນ

(VOVWORLD) -ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍການແຂ່ງຂັນແຕ່ງບົດກ່ຽວກັບແບບຢ່າງດີເດັ່ນ, ວຽກດີຄົນເດັ່ນ ແລະ ວຽກງານກວດພົບ, ໂຄສະນາເຜີຍແຜ່, ຂະຫຍາຍຮູບແບບດີເດັ່ນໃນຂະບວນການແຂ່ງຂັນຮັກຊາດນະຄອນ ຮ່າໂນ້ຍປີ 2022.
ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ​ການ​ແຂ່ງ​ຂັນ​ແຕ່ງ​ບົດກ່ຽວ​ກັບ​ແບບ​ຢ່າງ​ວຽກ​ດີ​ຄົນ​ເດັ່ນ - ảnh 1ພິທີມອບໃບຢັ້ງຢືນ "ວຽກດີຄົນເດັ່ນ" ປີ 2021 (ພາບ: TTXVN)

 
ເປົ້າໝາຍເຂົ້າຮ່ວມການແຂ່ງຂັນແຕ່ງບົດຄັ້ງນີ້ແມ່ນພົນລະເມືອງ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດທີ່ພວມພັກອາໄສ, ຮ່ຳຮຽນ, ເຮັດວຽກໃນບໍລິເວນນະຄອນ. ການແຂ່ງຂັນແຕ່ງບົດໄດ້ເລີ່ມແຕ່ວັນທີ 15 ກັນຍາ 2021 ແລະ ຈະຮັບຜົນງານສື່ມວນຊົນ ແລະ ບົດຂຽນເຂົ້າຮ່ວມການແຂ່ງຂັນແຕ່ງບົດຂັ້ນນະຄອນ ຮອດວັນທີ 11 ມິຖຸນາ 2022. ຄະນະຈັດຕັ້ງຈະສະຫຼຸບ, ມອບລາງວັນໃນໂອກາດສະເຫຼີມສະຫຼອງວັນປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ 2 ກັນຍາ ຄົບຮອບ 77 ປີ.

ໂຄງປະກອບລາງວັນໃນການແຂ່ງຂັນແຕ່ງບົດຄັ້ງນີ້ ລວມມີກວ່າ 40 ລາງວັນ, ໃນນັ້ນມີ ລາງວັນພິເສດ 1 ລາງວັນມີມູນຄ່າ 20 ລ້ານດົ່ງ. ບັນດາບົດຂຽນ, ຜົນງານທີ່ຍາດໄດ້ລາງວັນໃນຄັ້ງນີ້ ຈະໄດ້ຮັບການກວດແກ້, ຮຽບຮຽງ ແລະ ພິມໃສ່ປຶ້ມ “ດອກໄມ້ທີ່ສວຍງາມ” ນະຄອນ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ