ຮ່າໂນ້ຍພົບປະກັບນັກສິລະປິນ, ປັນຍາຊົນດີເດັ່ນ

(VOVWORLD) - ໃນ 9 ເດືອນຕົ້ນປີ 2019, ເສດຖະກິດຂອງນະຄອນສືບຕໍ່ຮັກສາສະຖຽນລະພາບ, ການຊ່ວຍໜູນຊີວິດສັງຄົມໄດ້ຮັບການຮັບປະກັນ

ຮ່າໂນ້ຍພົບປະກັບນັກສິລະປິນ, ປັນຍາຊົນດີເດັ່ນ - ảnh 1

 ການພົບປະກັບນັກສິລະປິນ, ປັນຍາຊົນ, ນັກວິທະຍາສາດດີເດັ່ນຂອງນະຄອນຫຼວງ

(ພາບ: dangcongsan.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2019), ວັນທີ 06 ຕຸລາ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດນະຄອນຮ່າໂນ້ຍ ໄດ້ຈັດການພົບປະກັບນັກສິລະປິນ, ປັນຍາຊົນ, ນັກວິທະຍາສາດດີເດັ່ນຂອງນະຄອນຫຼວງເກືອບ 150 ຄົນ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ໃນ 9 ເດືອນຕົ້ນປີ 2019, ເສດຖະກິດຂອງນະຄອນສືບຕໍ່ຮັກສາສະຖຽນລະພາບ, ການຊ່ວຍໜູນຊີວິດສັງຄົມໄດ້ຮັບການຮັບປະກັນ; ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຢືນຢັນທີ່ຕັ້ງທີ່ນັບມື້ນັບສູງຂອງນະຄອນຫຼວງ ແລະ ຂອງປະເທດຊາດ. ທ່ານ ຫງວຽນດຶກຈູງ ຢັ້ງຢືນວ່າ, ບັນດາໝາກຜົນເຊິ່ງນະຄອນບັນລຸໄດ້ນັ້ນ, ໂດຍມີການປະກອບສ່ວນ, ການອຸທິສ່ວນຢ່າງມີຄວາມຮັບຜິດຊອບ, ມີປະສິດທິຜົນຂອງຖັນແຖວນັກປັນຍາຊົນ, ນັກສິລະປິນ, ບັນດານັກວິທະຍາສາດ, ນັກຄຸ້ມຄອງ. ນີ້ແມ່ນຄວາມເປັນກຽດ, ແມ່ນແຫຼ່ງກຳລັງອັນລ້ຳຄ່າໃຫ້ແກ່ການພັດທະນາຂອງນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ