ຮ່າໂນ້ຍສະຫງວນຈຳນວນເງິນກວ່າ 370 ຕື້ດົ່ງເພື່ອເບິ່ງແຍງດູແລເປົ້າໝາຍນະໂຍບາຍແລະຜູ້ອອກແຮງງານໃນໂອກາດບຸນເຕັດປີສະຫຼູ

(VOVWORLD) -ຄາດວ່າ, ເລື່ອງມອບຂອງຂວັນໃຫ້ແກ່ເປົ້າໝາຍນະໂຍບາຍຕ່າງໆຈະສຳເລັດກ່ອນວັນທີ 01 ກຸມພາ 2021.

ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ນະຄອນຮ່າໂນ້ຍຈະຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ, ມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍແລະຜູ້ອອກແຮງງານເກືອບ 850 ຄົນ, ລວມມູນຄ່າກວ່າ 370 ຕື້ດົ່ງ. ລະອຽດແມ່ນ, ຂອງຂວັນດ້ວຍເງິນສົດໃຫ້ແກ່ສ່ວນບຸກຄົນແມ່ນແຕ່ 300.000 – 1.500.000 ດົ່ງ/ຄົນໂດຍອີງໃສ່ແຕ່ລະເປົ້າໝາຍນະໂຍບາຍ. ຄາດຄະເນວ່າ, ທາງນະຄອນກໍ່ຈະມອບເງິນສົດໃຫ້ແກ່ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ 500.000 ດົ່ງ/ຄົນ.ນອກນັ້ນ, ທາງນະຄອນຍັງຈະມອບຂອງຂວັນໃຫ້ 84 ຫົວໜ່ວຍລ້ຽງດູ, ປິ່ນປົວບຳລຸງເປົ້າໝາຍຜູ້ມີຄຸນງາມຄວາມດີ…ແຕ່ລະພູດມີມູນຄ່າແຕ່ 4 ລ້ານຫາ 16 ລ້ານດົ່ງ.

ຄາດວ່າ, ເລື່ອງມອບຂອງຂວັນໃຫ້ແກ່ເປົ້າໝາຍນະໂຍບາຍຕ່າງໆຈະສຳເລັດກ່ອນວັນທີ 01 ກຸມພາ 2021.

ນອກນັ້ນ, ທາງນະຄອນກໍ່ຈະຈັດຖ້ຽວລົດສົ່ງຜູ້ອອກແຮງງານກັບເມືອບ້ານໃນໂອກາດບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ