ຮ່າໂນ້ຍເຊີດຊູໝູ່ຄະນະ, ສ່ວນບຸກຄົນທີ່ຮັບໃຊ້ກອງປະຊຸມສຸດຍອດ ລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງ ເປັນຢ່າງດີ.

(VOVWORLD) -ວັນທີ 4 ມີນາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານຮັບໃຊ້ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງ.
ຮ່າໂນ້ຍເຊີດຊູໝູ່ຄະນະ, ສ່ວນບຸກຄົນທີ່ຮັບໃຊ້ກອງປະຊຸມສຸດຍອດ ລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງ ເປັນຢ່າງດີ. - ảnh 1ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຍ້ອງຍໍ ແລະມອບລາງວັນໃຫ້ແກ່ ໝູ່ຄະນະ ແລະ ບຸກຄົນ 

ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຍ້ອງຍໍ ແລະມອບລາງວັນໃຫ້ແກ່ 91 ໝູ່ຄະນະແລະ 11 ບຸກຄົນທີ່ມີຜົນງານພິເສດໃນເຫດການດັ່ງກ່າວ.

        ຕາມຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍແລ້ວ, ພາຍຫຼັງເກືອບ 2 ອາທິດທີ່ກະກຽມ, ເຖິງວ່າຈະແມ່ນເວລາອັນສັ້ນກໍ່ຕາມແຕ່ບັນດາໜ້າທີ່ທີ່ໄດ້ມອບໝາຍກໍ່ລ້ວນໄດ້ຮັບການຜັນຂະຫຍາຍຈາກບັນດາຫົວໜ່ວຍຢ່າງ ເຂັ້ມງວດ, ປະຕິບັດຢ່າງສຳເລັດຜົນຕາມແຜນການທີ່ວາງອອກ. ພາບພົດຂອງນະຄອນຫຼວງ ຮ່າໂນ້ຍ ໄດ້ສົ່ງໄປທົ່ວໂລກຢ່າງຕໍ່ເນື່ອງ, ດ້ວຍພາບພົດຂອງ ຮ່າໂນ້ຍ ເວົ້າສະເພາະແລະ ຫວຽດນາມ ເວົ້າລວມແມ່ນມີຄວາມປອດໄພ,ໄມຕິຈິດ ແລະ ເປັນນະຄອນແຫ່ງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ