ຮຽກ​ຮ້ອງ​ທົ່ວ​ໂລກ​ຮ່ວມ​ກັນ​ກະ​ທຳ ເພື່ອ​ລົບ​ລ້າງ​ໄພ​ອຶດ​ຫີວ​ໃນ​ທົ່ວ​ໂລກ

(VOVWORLD) -      ວັນທີ 20 ກັນຍາ ມີຫຼາຍກວ່າ 200 ອົງການບໍ່ຂຶ້ນກັບລັດຖະບານ ໄດ້ກ່າວເຕືອນວ່າ ແຕ່ລະມື້ ໃນທົ່ວໂລກມີຜູ້ອຶດຫີວປະມານ 19.700 ຄົນ, ຕາມນັ້ນແລ້ວ ກະຕຸກຊຸກຍູ້ໃຫ້ທົ່ວໂລກ ມີການກະທຳຢ່າງຂ້ຽວຂາດ ເພື່ອລົບລ້າງໄພອຶດຫີວໃນທົ່ວໂລກ.
ຮຽກ​ຮ້ອງ​ທົ່ວ​ໂລກ​ຮ່ວມ​ກັນ​ກະ​ທຳ ເພື່ອ​ລົບ​ລ້າງ​ໄພ​ອຶດ​ຫີວ​ໃນ​ທົ່ວ​ໂລກ - ảnh 1ສະພາບການໄພອຶດຫີວ ຢູ່ ໂຊມາລີ (ພາບ: AFP/TTXVN)

ໃນຈົດໝາຍສົ່ງເຖິງການນຳໂລກ ທີ່ພວມເຂົ້າຮ່ວມກອງປະຊຸມຄັ້ງທີ 77 ຂອງ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ (ອາເມລິກາ), ມີເຖິງ 238 ອົງການ, ໃນນັ້ນມີ Oxfam, Save the Children ແລະ Plan International ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບອຶດຫີວ, ທຸກຍາກທີ່ພວມເພີ່ມຂຶ້ນຢ່າງໄວວາໃນໂລກ. ຄາດວ່າ ໃນທົ່ວໂລກກຳລັງມີຜູ້ອຶດຫີວ 345 ລ້ານຄົນ, ຫຼາຍທົບ 2 ເທົ່າ ເມື່ອທຽບໃສ່ປີ 2019. ໃນຈົດໝາຍ, ບັນດາອົງການຈັດຕັ້ງນີ້ ໄດ້ເນັ້ນໜັກວ່າ ເຖິງວ່າການນຳບັນດາປະເທດໃນໂລກໄດ້ໃຫ້ຄຳໝັ້ນສັນຍາ ບໍ່ປະໃຫ້ບັນຫາດັ່ງກ່າວເກີດຂຶ້ນໃນສະຕະວັດ 21, ແຕ່ໄພອຶດຫີວພວມມີຄວາມສ່ຽງເກີດຂຶ້ນອີກຄັ້ງໜຶ່ງຢູ່ ໂຊມາລີ. ນີ້ບໍ່ແມ່ນບັນຫາຂອງສະເພາະປະເທດໃດ ຫຼື ທະວີບໃດ ເພາະສະນັ້ນ, ທົ່ວໂລກຕ້ອງສຸມໃສ່ສະໜອງສະບຽງອາຫານທີ່ຈຳເປັນໃນທັນທີ ແລະ ໃຫ້ການໜູນຊ່ວຍໃນຍາວນານ ເພື່ອໃຫ້ປະຊາຊົນສາມາດດູແລຕົນເອງ, ຄອບຄົວ ແລະ ເປັນເຈົ້າໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ