ເກຼັກປະຕິເສດຄຳຮ້ອງຂໍລີ້ໄພຂອງພົນທະຫານຕວກກີ7ຄົນ

ເກຼັກປະຕິເສດຄຳຮ້ອງຂໍລີ້ໄພຂອງພົນທະຫານຕວກກີ7ຄົນ - ảnh 1
(vovworld) – ​ ວັນ​ທີ 11/10, ທ່ານ​ນາງ Stavroula Tomara ທະນາຍຄວາມ​ຂອງ​ກຸ່ມພົນທະຫານ ຕວກກີ 8 ຄົນ ທີ່​ໄດ້​ຫຼົບໜີ ພາຍ​ຫລັງ​ເຫດການ​ລັດຖະປະຫານ​ຖືກປະລາ​ໄຊ ​ເພື່ອ​ແນ​ໃສ່​ໂຄ່ນ​ລົ້ມປະທານາທິບໍດີ  Tayyip Erdogan ​ເມື່ອ​ກາງເດືອນ 7 ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກຄອງ Athen ​ໄດ້​ປະຕິ​ເສດ​ຄຳ​ຮ້ອງຂໍ​ລີ້​ໄພ​ຂອງ 7 ຄົນ​ໃນ​ຈຳນ​ວນພົນທະຫານ​ດັ່ງກ່າວ. ​ໃນ​ແຈ້ງ​ການ, ທະ​ນາຍ​ຄວາມ Tomara ​ໃຫ້​ຮູ້​ວ່າ: ບັນດາ​ພົນທະຫານ​ຖືວ່າ ​ຄຳ​ຕັດສິນ​ດັ່ງກ່າວ​ຂອງ ​ເກັຼກ ຖືກຄອບ​ງຳ ຍ້ອນ​ຈຸດປະສົງ​ດ້ານ​ການ​ເມືອງ ແລະ ບັນດາ​ພົຍທະຫານ​ເຫຼົ່ານີ້ ມີ​ຄວາມວິຕົກ​ກັງວົນ​​ໃນ​ການ​ດຳລົງຊີວິດ​ຂອງພວກ​ເຂົາ ​ຖ້າ​ຫາກ​ຕ້ອງກັບຄືນ​ເມືອ ຕວກກີ.
ຂ່າວ/ບົດ​ອື່ນ