ເກີດຝົນຕົກ​ໜັກ, ນໍ້າ​ຖ້ວ​​ມ ຢູ່ ອິນ​ໂດ​ເນ​ເຊຍ, ອິນ​ເດຍ ​ແລະ ຈີ​ນ

(VOVWORLD) -        ວັນທີ 14 ກໍລະກົດ, ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 15 ຄົນ ແລະ ຜູ້ຫາຍສາບສູນ 46 ຄົນ ພາຍຫຼັງເກີດນໍ້າແກ່ງໄຫຼຊູ ອັນໄດ້ເຮັດຂີ້ຕົມໄຫຼຖົ່ມເຮືອນປະຊາຊົນນັບຮ້ອຍຫຼັງ. ຄາດວ່າ ປະຊາຊົນ 2.000 ຄົນ ພວມຕ້ອງຫຼົບໄພຢູ່ເຂດພັກອາໄສຊົ່ວຄາວ.
ເກີດຝົນຕົກ​ໜັກ, ນໍ້າ​ຖ້ວ​​ມ ຢູ່ ອິນ​ໂດ​ເນ​ເຊຍ, ອິນ​ເດຍ ​ແລະ ຈີ​ນ - ảnh 1 ສະພາບການນໍ້າຖ້ວມຢູ່ເຂດປົກຄອງດ້ວຍຕົນເອງຂອງຊາວເຜົ່າຈວາງ, ກວາງຊີ, ຈີນ ໃນວັນທີ 11 ກໍລະກົດ (ພາບ: TTXVN)

        ຢູ່ ອິນເດຍ, ເກີດມີຝົນຕົກຢ່າງຕໍ່ເນື່ອງຢູ່ລັດ Assam, ທາງພາກຕາເວັນອອກສ່ຽງເໜືອຂອງປະເທດນີ້, ອັນໄດ້ເຮັດໃຫ້ເກີດນໍ້າຖ້ວມຢູ່ເຂດນີ້ ນັບມື້ນັບຮ້າຍແຮງຂຶ້ນຕື່ມ. ຕາມການສະຖິຕິແລ້ວ, ມີປະຊາຊົນປະມານ 2,2 ລ້ານຄົນ ຖືກຜົນສະທ້ອນ ຈາກໄພນໍ້າຖ້ວມຢູ່ເມືອງ 22 ແຫ່ງ. ຄາດວ່າຈະມີໝູ່ບ້ານ 763 ແຫ່ງ ຖືກຈົມນໍ້າ, ເນື້ອທີ່ດິນກະສິກໍາກວ່າ 100.000 ເຮັກຕາ ກໍຖືກຈົມນໍ້າເຊັ່ນດຽວກັນ. ອຸປະຕິເຫດຄັ້ງຕ່າງໆທີ່ກ່ຽວຂ້ອງເຖິງໄພນໍ້າຖ້ວມໄດ້ເຮັດໃຫ້ປະຊາຊົນ 6 ຄົນຖືກເສຍຊີວິດໃນວັນທີ 13 ກໍລະກົດ.

        ໃນຂະນະນັ້ນ, ຢູ່ ຈີນ, ສູນອຸຕຸນິຍົມແຫ່ງຊາດ (NMC) ໃນວັນທີ 14 ກໍລະກົດ ໄດ້ອອກຄໍາກ່າວເຕືອນສີຂຽວ (ເຊິ່ງເປັນລະດັບຕໍ່າສຸດໃນຂັ້ນຈັດລະດັບກ່າວເຕືອນ) ສໍາລັບລະດັບຝົນຕົກໜັກ, ໃນສະພາບທີ່ເກີດມີຝົນຕົກໜັກເປັນວົງກວ້າງບໍ່ຢຸດບໍ່ເຊົາຢູ່ເຂດຕ່າງໆໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ