​ເກ​ີດ​ມີຫາງ​ສຽງພາຍຫຼັງຖະ​ແຫຼງການ​ ຢຸດຕິ​ການ​ພົວພັນ​ກັບອົງການ​ອະນາ​ໄມ​ໂລກ ​​ແລະ ການ​ປະພຶດ​ພິ​ເສດ​ກັບ ຮົ່ງກົງ ຂອງ​ທ່ານ​ປະທານາທິບໍດີ Donald Trump

(VOVWORLD) - ການຕັດສິນໃຈຕັດຂາດການພົວພັນລະຫວ່າງອົງການອະນາໄມໂລກຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນ ການຕັດສິນໃຈທີ່ “ຊົ່ວຮ້າຍ” ແລະ “ຫວາດສຽວ”.
​ເກ​ີດ​ມີຫາງ​ສຽງພາຍຫຼັງຖະ​ແຫຼງການ​ ຢຸດຕິ​ການ​ພົວພັນ​ກັບອົງການ​ອະນາ​ໄມ​ໂລກ ​​ແລະ ການ​ປະພຶດ​ພິ​ເສດ​ກັບ ຮົ່ງກົງ ຂອງ​ທ່ານ​ປະທານາທິບໍດີ Donald Trump - ảnh 1 ທ່ານ Lamar Alexander ປະທານກໍາມາທິການສາທາລະນະສຸກ ສະພາສູງຂອງ ອາເມລິກາ (ພາບປະກອບ: AP/TTXVN)

       ຕໍ່ໜ້າຖະແຫຼງການຕ່າງໆຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 29 ພຶດສະພາ, ຫາງສຽງ ອາເມລິກາ ແລະ ໂລກ ໄດ້ມີປະຕິກິລິຍາຕໍ່ບັນດາຖະແຫຼງການເຫຼົ່ານັ້ນ.

        ທ່ານ Lamar Alexander ປະທານກໍາມາທິການສາທາລະນະສຸກ ສະພາສູງຂອງ ອາເມລິກາ ໃຫ້ຮູ້ວ່າ ທ່ານບໍ່ເຫັນດີຕໍ່ການຕັດສິນໃຈຂອງທ່ານປະທານາທິບໍດີ Donald Trump, ໂດຍຖືວ່າ: ເລື່ອງຕັດບ້ວງເງິນອຸປະຖໍາ ແລະ ຖານະເປັນສະມາຊິກຂອງ ອາເມລິກາ ຢູ່ ອົງການອະນາໄມໂລກ ອາດຈະສົ່ງຜົນສະທ້ອນເຖິງຄວາມມານະພະຍາຍາມສົມທົບກັນຜະລິດຢາວັກຊີນກັນເຊື້ອໂຄວິດ - 19 ກໍຄືບັນດາການເຄື່ອນໄຫວຂອງອົງການນີ້ ທີ່ກ່ຽວຂ້ອງເຖິງໂລກລະບາດອື່ນໆທີ່ອາດຈະແຊກຊຶມເຂົ້າ ອາເມລິກາ. ໂດຍມີຄໍາເຫັນເຊັ່ນດຽວກັນ, ທ່ານ ປະລິນຍາເອກ Jack Chow ຖືວ່າ ການຕັດສິນໃຈຂອງ ທ່ານປະທານາທິບໍດີ Donald Trump ແມ່ນການກະທໍາກໍ່ຄວາມຫຍຸ້ງຍາກ, ການກະທໍາຕາມລໍາພັງໃຈ ແຕ່ສຸດທ້າຍແລ້ວ ຈະກໍ່ຜົນເສຍຫາຍຕໍ່ທີ່ຕັ້ງບົດບາດ ແລະ ລະດັບຜົນສະທ້ອນຂອງ ອາເມລິກາ ໃນນະໂຍບາຍສາທາລະນະສຸກທົ່ວໂລກ.

        ທ່ານລັດຖະມົນຕີກະຊວງສາທາລະນະສຸກ ອຽກລັງ Simon Harris ເອີ້ນການຕັດສິນໃຈຕັດຂາດການພົວພັນລະຫວ່າງອົງການອະນາໄມໂລກຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນ ການຕັດສິນໃຈທີ່ “ຊົ່ວຮ້າຍ” ແລະ “ຫວາດສຽວ”.

        ກ່ຽວກັບບັນຫາກ່ຽວຂ້ອງເຖິງຮົ່ງກົງ, ທ່ານ Zack Cooper, ນັກຊ່ຽວຊານກ່ຽວກັບທະວີບ ອາຊີ ສັງກັດສະຖາບັນວິສາຫະກິດ ອາເມລິກາ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາການກະທໍາໃໝ່ຂອງ ທ່ານປະທານາທິບໍດີ Donald Trump, ພ້ອມທັງຍົກອອກການຄາດຄະເນວ່າ ບັນດາບາດກ້າວເດີນໃໝ່ຂອງ ອາເມລິກາ ຈະໄປເກາະຜິດ ຈີນ, ແຕ່ອາດຈະບໍ່ສາມາດສະກັດກັ້ນ ປັກກິ່ງ ປະຕິບັດບັນດາມາດຕະການຄວບຄຸມທີ່ຂ້ຽວຂາດກວ່າ ສໍາລັບ ຮົ່ງກົງໄດ້. ດັ່ງນັ້ນ, ຄວາມເຄັ່ງຕຶງຈະເພີ່ມຂຶ້ນໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ