ເກີດເຫດວາງລະເບີດ2ຄັ້ງຢ່າງລຽນຕິດຢູ່Kenya,ກ່ວາ80ຄົນຖືກເສຍຊີວິດແລະຮັບບາດເຈັບ

ເກີດເຫດວາງລະເບີດ2ຄັ້ງຢ່າງລຽນຕິດຢູ່Kenya,ກ່ວາ80ຄົນຖືກເສຍຊີວິດແລະຮັບບາດເຈັບ - ảnh 1
ສະຖານທີ່ເກີດເຫດໃນການວາລະເບີດລົດເມ ເມື່ອວັນທີ 4/5
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

(vovworld) – ວັນ​ທີ 16/5, ​ເກີດ​ເຫດລະ​ເບີດ 2 ຄັ້ງ​ຢ່າງ​ລຽນຕິດ​​ຢູ່​ເຂດ​ຕະຫຼາດ​ທີ່​ຄັບຄາ​ໜາ​​ແໜ້ນ​ຢູ່​ທາງ​ທິດຕາ​ເວັນ​ອອກ ນະຄອນຫຼວງ Nairobi ຂອງ Kenya, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 10 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 70 ຄົນ​ຖື​ກຮັບ​ບາດ​ເຈັບ. ວົງ​ການ​ເຈົ້າ​ໜ້າ​ທີ່ Kenya ​ໃຫ້​ຮູ້​ວ່າ: ​ເຫດລະ​ເບີດ​ຄັ້ງ​ທຳ​ອິດ​ເກີດ​ຂຶ້ນ​ໃນ​ລົດ​ເມ​ນ້ອຍ, ​ໃນ​ຂະນະ​ທີ່​​ເຫດ​ລະ​ເບີດຄັ້ງ​ທີ 2 ​ເກີດ​ຂຶ້ນ​ຢູ່​ໃນ​ຕະຫຼາດ Gikomba. ຕຳຫຼວ​ດ​ໄດ້​ຈັບ​ຕົວ​ຜູ້​ຖື​ກສົງ​ໄສ​ໜຶ່ງ​ຄົນ ​ແລະ ​ໃຫ້​ຮູ້​ວ່າ: ສາຍ​ເຫດ​ແມ່ນ​ຍ້ອນ​ບັນດາ​ວັດຖຸ​ລະ​ເບີດທີ່​ໄດ້​ຜະລິດ​ເອງ​ຖືກ​ແກ່​ໃສ່​ບັນດາ​​ເປົ້າໝາຍ​ນີ້. ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ສະພາບ​ການ Nairobi ​ແລະ ນະຄອນ​ທ່າ​ກຳປັ່ນ Mombasa ພວມ​ຕ້ອງ​ປະ​ເຊີ​ນໜ້າ​ກັບ​ບັນດາ​ກະ​ແສ​ຟອງບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ. ກ່ອນ​ໜ້າ​ນັ້ນ, ກໍ່​ໃນ​ເດືອນ 5 ນີ້, ມີ​ເກືອບ 90 ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ຍ້ອນ​ເຫດ​ວາງ​ລະ​ເບີດ​ລົດ​ເມ 2 ຄັ້ງຢ່າງ​ລຽນຕິດ, ທີ່​ໄດ້​ຮັບ​ຖື​ວ່າ​ຍ້ອນ​ທະຫານ​ກະບົດ al – Shabab ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ອົງການ​ກໍ່​ການ​ຮ້າຍ Al – Qaeda ປະຕິບັດ.

 


ຂ່າວ/ບົດ​ອື່ນ