ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,4 ຣິດເຕີ ຢູ່ເນປານ, ເຮັດໃຫ້ 120 ຄົນເສຍຊີວິດ

(VOVWORLD) - ຕາມສູນແຜ່ນດິນໄຫວແຫ່ງຊາດ ເນປານ ແລ້ວ, ເຫດແຜ່ນດິນໄຫວມີຈຸດໃຈກາງດ້ວຍຄວາມເລິກ 10 ກມ, ຢູ່ບໍລິເວນເມືອງ Jajarkot, ຫ່າງຈາກນະຄອນຫຼວງ Kathmandu, ໄປທາງທິດຕາເວັນອອກສ່ຽງເໜືອປະມານກ່ວາ 400 ກມ.
ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,4 ຣິດເຕີ ຢູ່ເນປານ, ເຮັດໃຫ້ 120 ຄົນເສຍຊີວິດ - ảnh 1(ພາບປະກອບ:Times of Israel)

ຕອນຄ່ຳວັນທີ 3 ພະຈິກ, ເຫດແຜ່ນດິນໄຫວມີຄວາມເຮັງ 6,4 ຣິດເຕີ ໄດ້ເກີດຂຶ້ນຢູ່ ເນປານ, ເຮັດໃຫ້ຢ່າງໜ້ອຍສຸດມີ 120 ຄົນເສຍຊີວິດ ແລະ ນັບສິບໆຄົນຖືກຮັບບາດເຈັບ. ຄວາມສັ່ນສະເທືອນຢູ່ນະຄອນຫຼວງ ນິວເດລີ ແລະ ຫຼາຍແຂວງພາກເໜືອຂອງປະເທດ ອິນເດຍ ກໍ່ສາມາດຮັບຮູ້ໄດ້. ຕາມສູນແຜ່ນດິນໄຫວແຫ່ງຊາດ ເນປານ ແລ້ວ, ເຫດແຜ່ນດິນໄຫວມີຈຸດໃຈກາງດ້ວຍຄວາມເລິກ 10 ກມ, ຢູ່ບໍລິເວນເມືອງ Jajarkot, ຫ່າງຈາກນະຄອນຫຼວງ Kathmandu, ໄປທາງທິດຕາເວັນອອກສ່ຽງເໜືອປະມານກ່ວາ 400 ກມ. ບັນດາເຈົ້າໜ້າທີ່ທ້ອງຖິ່ນໃຫ້ຮູ້ວ່າ: ຍັງບໍ່ສາມາດຕິດຕໍ່ກັບບັນດາເຂດຢູ່ຈຸດໃຈກາງຂອງແຜ່ນດິນໄຫວ, ເຊິ່ງລວມມີເມືອງຢູ່ເຂດພູດອຍ ມີພົນລະເມືອງ 190.000 ຄົນ ແລະ ບັນດາໝູ່ບ້ານຢູ່ກະແຈກກະຈາຍໃນເຂດຫ່າງໄກຊອກຫຼີກ.

        ທ່ານນາຍົກລັດຖະມົນຕີ ເນປານ Pushpa Kamal Dahal ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ຕໍ່ຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນໃນເຫດແຜ່ນດິນໄຫວ. ທ່ານໄດ້ອອກຄຳສັ່ງໃຫ້ບັນດາອົງການກ່ຽວຂ້ອງຂອງປະເທດນີ້ຜັນຂະຫຍາຍບັນດາການເຄື່ອນໄຫວກູ້ໄຟກູ້ຊີບໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ