ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ​ຢູ່ ໄຕ້​ຫວັນ (ຈີນ) ແລະ ຍີ່​ປຸ່ນ

(VOVWORLD) -  ຕາມອົງການອຸຕຸນິຍົມ ໄຕ້ຫວັນ ແລ້ວ, ຈຸດໃຈກາງຂອງເຫດແຜ່ນດິນໄຫວດັ່ງກ່າວ ແມ່ນຢູ່ນອກຝັ່ງທາງທິດຕາເວັນອອກຂອງເກາະ ໄຕ້ຫວັນ. ປັດຈຸບັນ, ອຳນາດການປົກຄອງ ໄຕ້ຫວັນ ຍັງບໍ່ທັນມີບົດລາຍງານກ່ຽວກັບຜົນເສຍຫາຍຈາກເຫດແຜ່ນດິນໄຫວດັ່ງກ່າວເທື່ອ.
ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ​ຢູ່ ໄຕ້​ຫວັນ (ຈີນ) ແລະ ຍີ່​ປຸ່ນ - ảnh 1ຕຶກອາຄານ ຢູ່ ຫົວຫຼຽນ, ເຂດໃກ້ກັບຈຸດໃຈກາງຂອງເຫດແຜ່ນດິນໄຫວ ຖືກພັງຖະຫຼົ່ມ  (ພາບ: AP)

ເຫດແຜ່ນດິນໄຫວທີ່ມີຄວາມແຮງປະມານ 7,2 – 7,5  ຣິກເຕີ ໄດ້ເກີດຂຶ້ນຢູ່ ໄຕ້ຫວັນ ໃນເວລາ 7 ໂມງ 58 ນາທີ ໃນຕອນເຊົ້າວັນທີ 03 ເມສາ ຕາມເວລາທ້ອງຖິ່ນ. ເຫດແຜ່ນດິນໄຫວດັ່ງກ່າວໄດ້ເຮັດໃຫ້ຂາດໄຟຟ້າຢູ່ຫຼາຍບ່ອນໃນນະຄອນ ໄທເປ ຂອງ ໄຕ້ຫວັນ (ຈີນ); ໃນຂະນະນັ້ນ, ຕຶກອາຄານ ຢູ່ ຫົວຫຼຽນ, ເຂດໃກ້ກັບຈຸດໃຈກາງຂອງເຫດແຜ່ນດິນໄຫວ ຖືກພັງຖະຫຼົ່ມ ແລະ ມີປະຊາຊົນຈຳນວນໜຶ່ງຖືກຕິດຄ້າງໃນຊາກຫັກພັງດັ່ງກ່າວ.

        ຕາມອົງການອຸຕຸນິຍົມ ໄຕ້ຫວັນ ແລ້ວ, ຈຸດໃຈກາງຂອງເຫດແຜ່ນດິນໄຫວດັ່ງກ່າວ ແມ່ນຢູ່ນອກຝັ່ງທາງທິດຕາເວັນອອກຂອງເກາະ ໄຕ້ຫວັນ. ປັດຈຸບັນ, ອຳນາດການປົກຄອງ ໄຕ້ຫວັນ ຍັງບໍ່ທັນມີບົດລາຍງານກ່ຽວກັບຜົນເສຍຫາຍຈາກເຫດແຜ່ນດິນໄຫວດັ່ງກ່າວເທື່ອ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ໃນເວລາປະມານ 9 ໂມງ 18 ນາທີ (ຕາມເວລາທ້ອງຖິ່ນ), ຄື້ນຟອງຍັກທີ່ມີຄວາມສູງ 0,3 ແມັດ ໄດ້ເກີດຂຶ້ນຢູ່ເກາະ Yonaguni ຂອງ ຍີ່ປຸ່ນ ແລະ ເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,4 ຣິກເຕີ ເກີດຂຶ້ນໃນເວລາ 8 ໂມງ 58 ນາທີ ຕາມເວລາທ້ອງຖິ່ນຢູ່ນອກຝັ່ງ, ເຊິ່ງໃກ້ກັບດິນແດນໄຕ້ຫວັນ (ຈີນ). ຍີ່ປຸ່ນ ໄດ້ຍົກອອກຄຳແຈ້ງເຕືອນຍົກຍ້າຍປະຊາຊົນຢູ່ບັນດາເຂດແຄມທະເລຂອງແຂວງ Okinawan, ພາກໃຕ້ປະເທດນີ້ ໄປຍັງບ່ອນປອດໄພ. ອົງການອຸຕຸນິຍົມ ຍີ່ປຸ່ນ ຄາດຄະເນວ່າ ຄື້ນຟອງຍັກທີ່ມີຄວາມສູງເຖິງ 3 ແມັດ ອາດຈະພັດຖະຫຼົ່ມເຂົ້າເຂດຕ່າງໆຢູ່ຝັ່ງທະເລທາງທິດຕາເວັນຕົກສ່ຽງໃຕ້ ຍີ່ປຸ່ນ ຢ່າງກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ