ເກີດແຜນດິນໄຫວຢູ່ຍີ່ປຸ່ນ ເຮັດໃຫ້ຢ່າງຫນ້ອຍສຸດ 80 ຄົນຖືກບາດເຈັບ

(VOVWORLD) -ຕອນຄ່ຳວັນທີ 13 ກຸມພາ ໄດ້ ເກີດເຫດແຜນດິນໄຫວ ລະດັບ ຄວາມແຮງ 7,3 ລິກເຕີ ຢູ່ນອກຝັ່ງທະເລ ແຂວງ Fukushima ຂອງຍີ່ປຸ່ນ.
ເຫດແຜນດິນໄຫວ ບໍ່ກໍ່ຄວາມເສຍຫາຍຕໍ່ບັນດາໂຮງງານໄຟຟ້ານິວເຄຼຍ ແລະ ລະບົບໂທລະຄົມມະນາຄົມຢູ່ເຂດນີ້ ແຕ່ເຮັດໃຫ້ມີ ຜູ້ໄດ້ຮັບບາດເຈັບຢ່າງຫນ້ອຍສຸດ 80 ຄົນ ແລະ ໄຟຟ້າດັບ. ນີ້ແມ່ນເຫດແຜນດິນໄຫວແຮງທີ່ສຸດໄດ້ເກີດຂຶ້ນຢູ່ເຂດນີ້ ນັບແຕ່ວັນທີ 7 ເມສາປີ 2011 ອັນໄດ້ ກໍ່ຄວາມເສຍຫາຍດ້ານເຮືອນຊານບາງຄອບຄົວ ແລະ ໄຟຟ້າດັບຢູ່ບາງທ້ອງຖິ່ນຂອງສອງແຂວງ  ມິຍາກີ, ຟູກູຊິມະ ແລະ ເຮັດໃຫ້ຫລາຍຄົນຢູ່ສອງແຂວງນີ້ຖືກຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ