ເກີນເທີ ຈະມີສວນສາທາລະນະ “ຂຽວ”

(VOVWORLD) - ນະຄອນ ເກີນເທີ ຈະຜັນຂະຫາຍການກໍ່ສ້າງສວນສາທະລະນະແຫ່ງໜຶ່ງ ໂດຍຖືວ່າ ແມ່ນໂຄງການພື້ນຖານໂຄງລ່າງຂຽວແຫ່ງທຳອິດຢູ່ທ້ອງຖິ່ນ. 

ຂໍ້ມູນຂ່າວດັ່ງກ່າວ ໄດ້ຍົກອອກມາທີ່ກອງປະຊຸມຜັນຂະຫຍາຍໂຄງການທົດລອງການໝູນໃຊ້ວິທີກໍ່ສ້າງພື້ນຖານໂຄງລ່າງຂຽວ ໂດຍຄະນະກຳມະການປະຊາຊົນນະຄອນ ເກີນເທີ ຈັດຕັ້ງໃນວັນທີ 14 ກຸມພາ. ຕາມນັ້ນແລ້ວ, ໂຄງການນີ້ຈະໄດ້ປະຕິບັດໃນເນື້ອທີ່ກ້ວາງກ່ວາ 0,5 ເຮັກຕາ ຢູ່ຕາແສງ ອານແຄງ, ເມືອງ ນິງກຽວ ດ້ວຍແນວຄວາມຄິດຊ່ວຍອະນຸລັກຮັກສາ ແລະ ພັດທະນາພື້ນຖານໂຄງລ່າງຂຽວ, ເຊື່ອມຕໍ່ຜົນປະໂຫຍດປະຊາຄົມ.

        ຢູ່ ຫວຽດນາມ, ພື້ນຖານໂຄງລ່າງຂຽວຈະຊ່ວຍແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນສະພາບຕົວຈິງຂອງບາງຕົວເມືອງ, ຈະສ້າງທິວທັດທຳມະຊາດ, ປັບປຸງຄຸນນະພາບອາກາດ, ຫລຸດຜ່ອນສຽງອຶກກະທຶກລົງ, ຟື້ນຟູຊີວະພາບນາໆພັນ, ພັດທະນາເສດຖະກິດ…ພ້ອມທັງ, ພັດທະນາພື້ນຖານໂຄງລ່າງຂຽວ ຈະຊ່ວຍເພີ່ມທະວີຄຸນຄ່າຂອງຕົວເມືອງຄື: ລາຄາຂອງເຮືອນຊານ, ທີ່ດິນ, ດຶງດູດການລົງທຶນ, ການທ່ອງທ່ຽວ ແລະ ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ