ເກີນເທີ: ຍູ້ແຮງວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ເຫດການ APEC 2017

(VOVWORLD) - ວັນທີ 15 ສິງຫາ, ຕຳຫລວດນະຄອນ ເກີນເທີ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍວຽງງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນບັນດາເຫດການ APEC 2017 ແລະ ນຳໃຊ້ຍານພາຫະນະພາທາງ ແລະ ອາລັກຂາບັນດາຄະນະຜູ້ແທນທີ່ເຂົ້າຮ່ວມສົນທະນາຂັ້ນສູງຢູ່ ເກີນເທີ.
ເກີນເທີ: ຍູ້ແຮງວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ເຫດການ APEC 2017 - ảnh 1 (ພາບປະກອບ / TTXVN)

ເມື່ອຕັດສິນໃຈຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມສະຫງົບປອດໄພກ່ຽວກັບຄວາມໝັ້ນຄົງດ້ານການ ເມືອງ , ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ເຫດການ APEC ຢ່າງເດັດຂາດ ຊຶ່ງດຳເນີນຢູ່ ເກີນເທີ, ໃນໄລຍະດຳເນີນເຫດການ APEC 2017. ນອກຈາກການສົມທົບກັບບັນດາພະແນກ, ຄະນະ, ຂະແໜງການໃນບໍລິເວນ ຜັນຂະຫຍາຍການໂຄສະນາຄວາມໝາຍຂອງເຫດການ APEC ຫວຽດນາມ 2017 ໃຫ້ແກ່ປະຊາຊົນໃນບໍລິເວນນະຄອນແລ້ວ, ຕຳຫລວດນະຄອນ ເກີນເທີ ຍັງສຸມໃສ່ຂົນຂວາຍປະຊາຊົນປະຕິບັດກົດໝາຍຢ່າງເຂັ້ມງວດຕື່ມອີກ.

        ສັບປະດາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ດ້ານສົນທະນາຂັ້ນສູງກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຈັດຕັ້ງຢູ່ ເກີນເທີ ໃນຂອບເຂດປີ APEC 2017 ຈະດຳເນີນເປັນເວລາ 5 ວັນ, ແຕ່ວັນທີ 21 – 25 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ