ເກີ່ນເທີຈັດຕັ້ງພິທີບູຊາຜູ້ກໍ່ຕັ້ງອາຊີບການແພດຫາຍເທື້ອງລ້ານອົງ, ຄັ້ງທີ 226

ເກີ່ນເທີຈັດຕັ້ງພິທີບູຊາຜູ້ກໍ່ຕັ້ງອາຊີບການແພດຫາຍເທື້ອງລ້ານອົງ, ຄັ້ງທີ 226 - ảnh 1
ເກີ​່ນ​ເທີ​ຈັດ​ຕັ້ງ​ພິ​ທີ​ບູ​ຊາ​ຜູ້ກໍ່​ຕັ້ງ​ອາ​ຊີບ​ການ​ແພດຫາຍ​ເທື້ອງ​ລ້ານ​ອົງ, ຄັ້ງ​ທີ 226
(ພາບ​ປະ​ກອບ: canthotv.vn)


(vovworld) - ວັນ​ທີ 12/02 (ກົງ​ກັບ​ວັນ​ທີ 16 ເດືອນ​ຈຽງ), ງານ​ບຸນ​ບ​ູ​ຊາ​ຜູ້ກໍ່​ຕັ້ງ​ອາ​ຊີບ​ການ​ແພດຫາຍ​ເທື້ອງ​ລ້ານ​ອົງ ເລ​ຫືວ​ຈາກ ຄັ້ງ​ທີ 226 ໂດຍ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນ​ເກີ່ນ​ເທີ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ ອາ​ຮ່ວ​າ ຈັດ​ຕັ້ງ, ເພື່ອ​ອາ​ໄລ​ຫາ ​ສະ​ແດງ​ຄວາມ​ຮູ້ບຸນ​ຄຸນ​ຂອງ​ທ່ານ​ໝ​ໍພື້ນ​ເມືອງ, ​ຜູ້​ມີ​ຊື່​ສຽງ​ຂອງແພດ​​ສາດຫວຽດ​ນາມ. ທີ່​ພິ​ທີ, ຜູ້​ຕາງ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ການ​​ນຳ​ຄະ​ນະ​ພັກ​ນະ​ຄອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົ​ນ​ນະ​ຄອນ​ເກີນ​ເທີ, ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ເກີ​່​ນ​ເທີ, ທ່ານ​ໝ​ໍ​ປະ​ຊ​າ​ຊົນ ພ້ອມ​ກັບ​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ບັນ​ດາ​ທ່ານ​ໝໍ, ແພ​ດ​ໝໍ​ຂະ​ແໜງ​ສາ​ທາ​ລະ​ນະ​ທຸກ ເກີນ​ເທີ ໄດ້​ມາ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ຜູ້ກໍ່​ຕັ້ງ​ອາ​ຊີບ​ການ​ແພດ ເລ​ຫືວ​ຈາກ ຢູ່​ວິ​ຫານ​ບູ​ຊາ.

        ເນື່ອງ​ໃນ​ໂອ​ກາດນີ້, ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ເ​ກີ່ນ​ເທີ ໄດ້​ມອບ​ທຶນ​ສຶກ​ສາ 70 ພູດ​, ແຕ່​ລະ​ພູດ​ມີມ​ູນ​ຄ່າ 2 ລ້ານ​ດົ່ງ. ໃຫ້​ນັກ​ສຶກ​ສາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ພວມ​ຮຽນ​ໃນ​ຂະ​ແໜງ​​ການ​ແພດ, ການ​ຢາ​ມະ​ຫາ​ວິ​ທະ​ຍາ​ໄລ​​ການ​ແພດ, ການ​ຢາ ເກີນ​ເທີ ແລະ ວິ​ທະ​ຍາ​ໄລ​ການ​ແພດ​ເກ​ີ່ນ​ເທີ ຈາກ​ແຫຼ່ງ​ທຶນ​ສົ່ງ​ເສີມ​ການ​ຮຽນ ເລ​ຫືວ​ຈາກ .

ຂ່າວ/ບົດ​ອື່ນ