ເກືອບ 50 ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານ ຕະຫລາດນັດທ່ອງທ່ຽວໃຫຍ່ທີ່ສຸດໃນໂລກຢູ່ເຢຍລະມັນ

ເກືອບ 50 ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານ ຕະຫລາດນັດທ່ອງທ່ຽວໃຫຍ່ທີ່ສຸດໃນໂລກຢູ່ເຢຍລະມັນ - ảnh 1
ງານ​ຕະຫລາດນັດ ITB
(ພາບ: vietnamplus.vn)

(vovworld) -  ບັນດາ​ວິສ​າຫະກິດ​ບໍລິສັດຂອງ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ Berlin (ITB) ຄັ້ງ​ທີ 49, ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນຫລວງຂອງ ​ເຢຍລະ​ມັນ. ນີ້​ໄດ້ຮັບ​ຖື​ວ່າ​ແມ່ນປີ​ທີ່​ມີ​ຈຳນວນ​ບໍລິສັດ​ທ່ອງ​ທ່ຽວ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ ITB ​ຫຼາຍສຸດ​ນັບແຕ່​ກ່ອນ​ມາ​ຮອດ​ປັດຈຸບັນ. ​ເຂົ້າ​ຮ່ວມງານ​ຕະຫຼາດນັດ​ປີນີ້, ບັນດາ​ຮ້ານ​ວາງສະ​ແດງຂອງ​ຫວຽດນາມ​ໄດ້​ຮັບ​ການປະດັບ​ປະດາ​ຢ່າງ​ສວຍ​ງາມ, ບໍ່​ພຽງ​ແຕ່ສະ​ແດງ​ໃຫ້​ເຫັນພາບ​ພົດປະ​ເທດຫວຽດນາມ ​ເທົ່າ​ນັ້ນຫາກ​ຍັງ​ດຶງ​ດຸດຄວາມ​ສົນ​ໃຈ​ຂອງ​​ແຂກ​ມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ.​ ໃນ​ມື້​​ທຳ​ອິດ​ເປີດ​ປະ​ຕູ​ຮັບ​ແຂກ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຈັດການ​ເຄື່ອນ​ໄຫວ​​ໂຄສະນາ, ​ແນະນຳ​ກ່ຽວ​ກັບການ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ. ທ່າ​ນ ຫງວຽນ​ວັນ​ຕ໋ວນ ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ຢືນຢັນ ITB ​​ແມ່ນງານ​ຕະຫລາດ​ທ່ອງ​ທ່ຽວ​​​ໃຫຍ່​ທີ່​ສຸດ​ໃນໂລກ. ​ເຂົ້າ​ຮ່ວມ ITB ປີ​ນີ້, ຫວຽດນາມ​ປາດ​ຖະໜາຢາກ​ນຳເອົາ​​ພາບ​ພົດ​ປະ​ເທດ ຫວຽດນາມ ​ໄມ​ຕິ​ຈິດ, ສວຍ​ງາມ, ປອດ​​ໄພ, ດຸດ​ດື່ມໃຫ້​ເພື່​ອນມິດສາ​ກົນ​ຜ່ານ​ຫົວ​ເລື່ອງ​​ເຊື່​ອມຕໍ່ບັນດາ​ມໍລະດົກ​ຂອງ ຫວຽດນາມ​ແນ​​ໃສ່​ແນະນຳ, ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ວັດທະນະທຳ, ທ່ອງ​ທ່ຽວ​ທະ​ເລ ໝູ່​ເກາະ ແລະ ທ່ອງ​ທ່ຽວ​ຊີວະ​ພາບ.

ຂ່າວ/ບົດ​ອື່ນ