ເຂດ Catalonia (ປະເທດ ແອັດສະປາຍ) ແບ່ງປັນບົດຮຽນພັດທະນາຕົວເມືອງແບບຍືນຍົງກັບ ຮ່າໂນ້ຍ

(VOVWORLD) - ທ່ານ ຫງວຽນວັນສືວ ຖືວ່າ ການພົວພັນລະຫວ່າງ ຫວຽດນາມ ກັບແອັດສະປາຍ ເວົ້າລວມ, ລະຫວ່າງຮ່າໂນ້ຍ ກັບບັນດານະຄອນຂອງ ແອັດສະປາຍ ເວົ້າສະເພາະແມ່ນມິດຕະພາບ

ຕອນບ່າຍວັນທີ 12 ພະຈິກ, ທ່ານ ຫງວຽນວັນສືວ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຕ້ອນຮັບຄະນະຜູ້ແທນອຳນາດການປົກຄອງດ້ວຍຕົນເອງເຂດ Catalonia (ປະເທດ ແອັດສະປາຍ) ໂດຍທ່ານ Damia Calvet I Valera, ຜູ້ອຳນວຍການອົງການເຂດດິນແດນ ແລະ Catalonia ຍືນຍົງເປັນຫົວໜ້າຄະນະ. ທ່ານ ຫງວຽນວັນສືວ ຖືວ່າ ການພົວພັນລະຫວ່າງ ຫວຽດນາມ ກັບແອັດສະປາຍ ເວົ້າລວມ, ລະຫວ່າງຮ່າໂນ້ຍ ກັບບັນດານະຄອນຂອງ ແອັດສະປາຍ ເວົ້າສະເພາະແມ່ນມິດຕະພາບ ແລະ ການເຊື່ອມຕໍ່, ທ່ານ ຫງວຽນວັນສຶວ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ: ຮ່າໂນ້ຍ ຫວັງວ່າຈະໄດ້ຮ່ຳຮຽນເອົາບົດຮຽນຈາກ Catalonia ເພື່ອໝູນໃຊ້ໃນການແກ້ໄຂບັນດາບັນຫາຂອງທ້ອງຖິ່ນ, ມຸ່ງໄປເຖິງການສ້າງຕົວເມືອງອັດສະລິຍະ, ຍືນຍົງ. ທ່ານ Damia Calvet I Valera ໃຫ້ຮູ້ວ່າ ຮ່າໂນ້ຍ ແລະ Catalonia ມີຈຸດໝາຍລວມແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາແບບຍືນຍົງ. Catalonia ກຽມພ້ອມແບ່ງປັນ, ໜູນຊ່ວຍ ຮ່າໂນ້ຍ ໃນວິວັດການພັດທະນາຕົວເມືອງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ