ເຂດ Sahel ແລະ ອາ​ຟະ​ລິ​ກາ ໃກ້​ Sahara ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ຂອງ​ໄພ​ກໍ່​ການ​ຮ້າຍ​ທົ່ວ​ໂລກ

(VOVWORLD) -  ເຂດ Sahel ແລະ ອາຟະລິກາ ໃກ້ Sahara ເວົ້າລວມ ໄດ້ກາຍເປັນຈຸດຮ້ອນຂອງໄພກໍ່ການຮ້າຍທົ່ວໂລກ, ເຄັ່ງຕຶງກວ່າພາກພື້ນຕາເວັນອອກກາງ. ເກືອບເຄິ່ງໜຶ່ງຈຳນວນຜູ້ເສຍຊີວິດຍ້ອນການກໍ່ການຮ້າຍໃນທົ່ວໂລກແມ່ນຂອງເຂດນີ້.
ເຂດ Sahel ແລະ ອາ​ຟະ​ລິ​ກາ ໃກ້​ Sahara ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ຂອງ​ໄພ​ກໍ່​ການ​ຮ້າຍ​ທົ່ວ​ໂລກ - ảnh 1ນາຍທະຫານ Nigeria ໃນບັ້ນເຄື່ອນໄຫວກວາດລ້າງກຳລັງBoko Haram ຢູ່ Goniri, ລັດ Yobe, Nigeria (ພາບ: AFP/TTXVN)

ບົດລາຍງານຫຼ້າສຸດຂອງສະຖາບັນເສດຖະກິດ ແລະ ສັນຕິພາບ (IEP) ໃຫ້ຮູ້ວ່າ ເຂດ Sahel ແລະ ອາຟະລິກາ ໃກ້ Sahara ເວົ້າລວມ ໄດ້ກາຍເປັນຈຸດຮ້ອນຂອງໄພກໍ່ການຮ້າຍທົ່ວໂລກ, ເຄັ່ງຕຶງກວ່າພາກພື້ນຕາເວັນອອກກາງ. ເກືອບເຄິ່ງໜຶ່ງຈຳນວນຜູ້ເສຍຊີວິດຍ້ອນການກໍ່ການຮ້າຍໃນທົ່ວໂລກແມ່ນຂອງເຂດນີ້.

        ຕາມບົດລາຍງານ, Burkina Faso ກວມເອົາທີ່ຕັ້ງທຳອິດໃນບັນຊີລາຍຊື່ບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ເສຍຊີວິດຍ້ອນການກໍ່ການຮ້າຍໃນປີ 2023 ແມ່ນກວ່າ 1.900 ຄົນ, ກວມເອົາ 25% ຈຳນວນທັງໝົດໃນທົ່ວໂລກ. ບັນດາກຸ່ມທຳສົງຄາມສັກສິດ ໄດ້ຮ່ວມສຳພັນກັບ Al – Qaeda ແລະ ອົງການແຫ່ງລັດ ອິດສະລາມ (IS) ອ້າງຊື່ເອງ ໄດ້ເພີ່ມຈຳນວນການບຸກໂຕມຕີນອງເລືອດ ແລະ ຢຶດຄອງດິນແດນ. ຢືນອັນດັບທີ 2 ແລະ ທີ 3 ໃນບັນຊີລາຍຊື່ນີ້ ແມ່ນ ນີເຊເຣຍ ແລະ ມາລີ. ການຂາດສະຖຽນລະພາບ ແລະ ບັນດາການປະທະກັນລະຫວ່າງກຸ່ມປະກອບອາວຸດ ກັບກຳລັງກອງທັບ ໄດ້ເກີດຂຶ້ນຢູ່ 2 ປະເທດດັ່ງກ່າວຢ່າງເປັນປະຈຳ. 

ຕອບກັບ

ຂ່າວ/ບົດ​ອື່ນ