ເຂດທ່ອງທ່ຽວຊີວະພາບແຫ່ງຊາດ ມັງແດນ ດຶງດູດແຂກທ່ອງທ່ຽວມາຄົ້ນຫາວັດທະນະທຳເຂດ ໄຕງວຽນ

(VOVWORLD) -ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດຕໍ່ເຂດວັດທະນະທຳ “ແດນສະຫວັນ ໄຕງວຽນ” ເຊິ່ງດຳເນີນຢູ່ ຍ່າຣົງ ເຮືອນມູນເຊື້ອຂອງຊາວເຜົ່າ ເຊີດັງ
ເຂດທ່ອງທ່ຽວຊີວະພາບແຫ່ງຊາດ ມັງແດນ ດຶງດູດແຂກທ່ອງທ່ຽວມາຄົ້ນຫາວັດທະນະທຳເຂດ ໄຕງວຽນ - ảnh 1(ແຂວງ ກອນຕຸມ ໄດ້ດຶງດູດແຂກທ່ອງທ່ຽວຫຼາຍຄົນມາຄົ້ນຫາວັດທະນະທຳເຂດ ໄຕງວຽນ)

        ໂດຍຈັດຂຶ້ນແຕ່ວັນທີ 26 ທັນວາ 2022 ຫາວັນທີ 02 ມັງກອນ 2023, ສັບປະດາວັດທະນະທຳ - ທ່ອງທ່ຽວ ມັງແດນ ປີ 2022 ໄດ້ດຳເນີນຢູ່ເຂດທ່ອງທ່ຽວຊີວະພາບແຫ່ງຊາດ ມັງແດນ, ເມືອງ ກອນປລົງ, ແຂວງ ກອນຕຸມ, ໄດ້ດຶງດູດແຂກທ່ອງທ່ຽວຫຼາຍຄົນມາຄົ້ນຫາວັດທະນະທຳເຂດ ໄຕງວຽນ. ໃນບັນດາການເຄື່ອນໄຫວທີ່ໄດ້ຈັດຂຶ້ນນັ້ນ, ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດຕໍ່ເຂດວັດທະນະທຳ “ແດນສະຫວັນ ໄຕງວຽນ” ເຊິ່ງດຳເນີນຢູ່ ຍ່າຣົງ ເຮືອນມູນເຊື້ອຂອງຊາວເຜົ່າ ເຊີດັງ 5 ແຫ່ງ, ພ້ອມກັບການວາງສະແດງວັດຖຸພັນນັບຮ້ອຍຢ່າງ.

        ທ່ານ ດັ້ງດິ່ງຕວານ, ຫົວໜ້າຫ້ອງການວັດທະນະທຳ ແລະ ຖະແຫຼງຂ່າວເມືອງ ກອນປລົງ ໃຫ້ຮູ້ວ່າ: ເມືອງ ກອນປລົງ ໄດ້ສົມທົບກັບບັນດານັກອອກແບບ, ນັກສະສົມວັດຖຸບູຮານ ໄຕງວຽນ ເພື່ອສ້າງເຂດວັດທະນະທຳ ໄຕງວຽນ ຈຳລອງຢູ່ ມັງແດນ.

        “ຜ່ານເຂດວາງສະແດງວັດທະນະທຳນັ້ນ, ພວກຂ້າພະເຈົ້າປາດຖະໜາຢາກສົ່ງສານເຖິງແຂກທ່ອງທ່ຽວທຸກຄົນທີ່ວ່າ: ນັ້ນແມ່ນການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ຍ້ອນວັດທະນະທຳແມ່ນຈິດວິນຍານຂອງຊາດ, ວັດທະນະທຳໄດ້ເຍືອງທາງໃຫ້ປະຊາຊົນ ແລະ ວັດທະນະທຳຍັງຄົງຕົວ ຊາດຈຶ່ງຈະຄົງຕົວ.”

ຕອບກັບ

ຂ່າວ/ບົດ​ອື່ນ