ເຂື່ອນໄຟຟ້າຂອງລາວແຕກ:ມີປະຊາຊົນນັບສີບໆຄົນຖືກເສຍຊີວິດ

(VOVWORLD) -ໃນເວລາ 20 ໂມງ ຂອງວັນທີ 23 ກໍລະກົດ,  ເຂື່ອນເຊປຽນ-ເຊນ້ຳນ້ອຍ ຢູ່ ເມືອງ ສະຫນາມໄຊ ແຂວງ ອັດຕະປື ຖືກແຕກ ເຮັດໃຫ້ 10 ບ້ານຢູ່ເມືອງ ສະຫນາມໄຊຖືກຜົນສະທ້ອນຢ່າງຫນັກຫນ່ວງ ໃນນັ້ນ ມີ 5 ບ້ານຖືກນ້ຳຖ້ວມ, ສົ່ງຜົນສະທ້ອນເຖິງ 1.300 ຄອບຄົວ. 

 ຕາມແຫລ່ງຂ່າວໃນເບື້ອງຕົ້ນໃຫ້ຮູ້ວ່າ: ເຫດເຂື່ອນໄຟຟ້າແຕກໄດ້ເຮັດໃຫ້ 100 ຄົນຖືກຫາຍສາບສູນ. ປະຈຸບັນ ກຳລັງກູ້ໄພກູ້ຊີບຊອກໄດ້ສາກສົບຂອງ 28 ຄົນ ແລະ ພວມສືບຕໍ່ຊອກຫາ. ຮອດຕອນເຊົ້າວັນທີ 24 ກໍລະກົດ, ສະພາບນ້ຳຖ້ວມຢູ່ເມືອງ ສະຫນາມໄຊ ຍັງຢູ່ໃນລະດັບ 15 ແມັດ. ອຳນາດການປົກຄອງທ້ອງຖິ່ນ ໄດ້ລະດົມທຸກພາກສ່ວນກ່ຽວຂ້ອງເພື່ອຊອກຫາຜູ້ຖືກຫາຍສາບສູນ.

ເຂື່ອນເຊປຽນ-ເຊນ້ຳນ້ອຍຕັ້ງຢູ່ພູພຽງ ບໍລິເວນເຂດເມືອງປາກຊ່ອງ ແຂວງ ຈຳປາສັກ ຕໍ່ໃສ່ຊາຍແດນ ແຂວງອັດຕະປື  ເລີ່ມດຳເນີນການກໍ່ສ້າງນັບແຕ່ທ້າຍປີ 2013 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ ສຳ ເລັດໃນຕົ້ນປີ 2019 .

ຕອບກັບ

ຂ່າວ/ບົດ​ອື່ນ