ເຂົ້າ​ຮ່ວມ​ການ​ສອບ​ເສັງ “ເພື່ອນ​ຮູ້​ຫຍັງ​ແ​ດ່​ກ່ຽວ​ກັບ​ຫວຽດ​ນາມ” ເພື່ອຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ຜ່ານ​ໄລ​ຍະ​ຕ່າງໆ

(VOVWORLD) -“ເມື່ອຂ້າພະເຈົ້າຕອບຄຳຖາມໃນການເສັງ, ຂ້າພະເຈົ້າຮູ້ສຶກວ່າ ພວມຊອກຮູ້ກ່ຽວກັບປະຫວັດສາດພັດທະນາຂອງຫວຽດນາມຜ່ານໄລຍະຕ່າງໆ”.
ເຂົ້າ​ຮ່ວມ​ການ​ສອບ​ເສັງ “ເພື່ອນ​ຮູ້​ຫຍັງ​ແ​ດ່​ກ່ຽວ​ກັບ​ຫວຽດ​ນາມ” ເພື່ອຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ຜ່ານ​ໄລ​ຍະ​ຕ່າງໆ - ảnh 1 ບົດເສອບເສັງຂອງທ່ານຜູ້ຟັງ

      ນັ້ນແມ່ນຄຳແບ່ງປັນຂອງທ່ານຜູ້ຟັງ Rudy Hartono, ຢູ່ Kalimantan Barat, ປະເທດ Indonesia, ເມື່ອເຂົ້າຮ່ວມ ການສອບເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ທ່ານແມ່ນໜຶ່ງໃນບັນດາຜູ້ຟັງວິທະຍຸໃນລາຍການພາກພາສາ Indonesia, VOV5, ເປັນເວລາ 32 ປີ. ປີ 2020 ແມ່ນຄັ້ງທີ 3 ທີ່ທ່ານໄດ້ເຂົ້າຮ່ວມການເສັງໂດຍ VOV ຈັດຕັ້ງໃຫ້ທ່ານຜູ້ຟັງທົ່ວໂລກ. ທ່ານ Rudy Hartono ເວົ້າວ່າ:

     ຂ້າພະເຈົ້າຊອກຫາຄຳຕອບຜ່ານບັນດາລາຍການທີ່ອອກອາກາດ ແລະ ໃນເວັບໄຊຂອງ VOV. ນອກຈາກນັ້ນ, ກໍ່ຍັງໄດ້ຊອກນຳເອກະສານໃນອິນເຕີແນັດຈຳນວນໜຶ່ງຂອງ Indonesia. ການເຮັດບົດສອບເສັງຂອງຂ້າພະເຈົ້າມີຄວາມງ່າຍດາຍພໍສົມຄວນ ເພາະວ່າຂ້າພະເຈົ້າມັກຟັງວິທະຍຸກະຈາຍສຽງຫວຽດນາມ. ຍິ່ງໄປກ່ວານັ້ນ, ເຕັກໂນໂລຊີຂໍ້ມູນຂ່າວສານກໍ່ພັດທະນາຫຼາຍ, ສະນັ້ນຈຶ່ງຊ່ວຍຂ້າພະເຈົ້າເຂົ້າອີນເຕີແນັດ ແລະ ຊອກຫາເອກະສານໄດ້ງ່າຍ. ຂ້າພະເຈົ້າໄດ້ເຂົ້າຮ່ວມການສອບເສັງຄືແບບນີ້ 3 ເທື່ອແລ້ວ.

   ນອກຈາກນັ້ນ, ທ່ານ Rudy Hartono, ຍັງໄດ້ສົ່ງເສີມບັນດາສະມາຊິກໃນສະໂມສອນຟັງວິທະຍຸ, ພ້ອມກັນເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ຫວັງວ່າ ດ້ວຍການແບ່ງປັນຂອງທ່ານ Rudy Hartono, ຜູ້ທີ່ມີປະສົບການໃນການເຂົ້າຮ່ວມການເສັງຂອງ VOV, ທ່ານຜູ້ຟັງຈະມີກຳລັງໜູນຕື່ມອີກ ເພື່ອເຂົ້າຮ່ວມການສອບເສັງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ