ເງິນ​​ຈຳ​ນວນ 1.300 ຕື້​ດົ່ງ​ໄດ້ໂອນ​ໄປ​ຍັງ​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ນອກຈາກນັ້ນ, ຕາມຄະນະຄຸ້ມຄອງກອງທຶນແລ້ວ, ຍັງມີເງິນເປັນຈຳນວນກ່ວາ 4.367 ຕື້ດົ່ງ ທີ່ນັກອຸປະຖຳ ໄດ້ໃຫ້ຄຳໝັ້ນສັນຍາມອບໃຫ້ອັນໄດ້ຍົກຍອດຈຳນວນເງິນຄາດວ່າຈະໄດ້ຮັບໃນຈຸດເວລານີ້ຂຶ້ນເຖິງກ່ວາ 5.666 ຕື້ ດົ່ງ.
ເງິນ​​ຈຳ​ນວນ 1.300 ຕື້​ດົ່ງ​ໄດ້ໂອນ​ໄປ​ຍັງ​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີເປີດຕົວກອງທຶນ ວັກຊິນກັນໂຄວິດ - 19 (ພາບ: VGP)

ໄລ່ຮອດເວລາ 17 ໂມງຂອງວັນທີ 6 ມິຖຸນາ 2021, ເງິນເປັນຈຳນວນ 1.299 ຕື້ ດົ່ງໄດ້ໂອນໄປຍັງກອງທຶນວັກຊິນກັນໂຄວິດ - 19 (ລວມມີເງິນດົ່ງ ແລະ ເງິນຕາຕ່າງປະເທດ). ນອກຈາກນັ້ນ, ຕາມຄະນະຄຸ້ມຄອງກອງທຶນແລ້ວ, ຍັງມີເງິນເປັນຈຳນວນກ່ວາ 4.367 ຕື້ດົ່ງ ທີ່ນັກອຸປະຖຳ ໄດ້ໃຫ້ຄຳໝັ້ນສັນຍາມອບໃຫ້ ອັນໄດ້ຍົກຍອດຈຳນວນເງິນຄາດວ່າຈະໄດ້ຮັບໃນຈຸດເວລານີ້ຂຶ້ນເຖິງກ່ວາ 5.666 ຕື້ ດົ່ງ.

ຕາມການກຳນົດຂອງກະຊວງການເງິນແລ້ວ, ຄະນະຄຸ້ມຄອງກອງທຶນ ພວມດຳເນີນປະກາດຢ່າງເປີດເຜີຍກ່ຽວກັບຈຳນວນເງິນທີ່ມີໃນບັນຊີຂອງກອງທຶນ ແລະ ບັນຊີລາຍຊື່ບັນດາຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ສະໜັບສະໜູນ ກອງທຶນຜ່ານປະຕູຖານຂໍ້ມູນເອເລັກໂຕນິກ ກະຊວງການເງິນ ແລະ ບັນດາພາຫະນະສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ