ເງະອານ: ວາດພາບບັນດາຄວາມຊົງຈຳທີ່ສັກກະລະບູຊາຂອງນ້ຳໃຈຖານອ້າຍນ້ອງຫວຽດນາມ-ລາວ

(VOVWORLD) -ຕອນຄ່ຳວັນທີ 21 ມັງກອນ, ຢູ່ສຸ້ສານສາກົນຫວຽດນາມ - ລາວ (ເມືອງ ແອງເຊີນ, ແຂວງ ເງະອານ), ໄດ້ຈັດລາຍການສະແດງສິລະປະ “ບັນດາຄວາມຊົງຈຳທີ່ສັກກະລະບູຊາ” ເພື່ອແນໃສ່ສະເຫຼີມສະຫຼອງ 70 ປີແຫ່ງສຳພັນສູ້ຮົບຫວຽດນາມ - ລາວ.

ເງະອານ: ວາດພາບບັນດາຄວາມຊົງຈຳທີ່ສັກກະລະບູຊາຂອງນ້ຳໃຈຖານອ້າຍນ້ອງຫວຽດນາມ-ລາວ - ảnh 1 ລາຍການສະແດງສິລະປະ “ບັນດາຄວາມຊົງຈຳທີ່ສັກກະລະບູຊາ”

ເພື່ອແນໃສ່ສະເຫຼີມສະຫຼອງ 70 ປີແຫ່ງສຳພັນສູ້ຮົບຫວຽດນາມ - ລາວ

(ພາບ: TTXVN)

ລາຍການໂດຍແຂວງ ເງະອານ, ສະມາຄົມມິດຕະພາບຫວຽດນາມ - ລາວ ສົມທົບກັບວິທະຍຸກະຈາຍສຽງຫວຽດນາມ ແລະ ໂທລະພາບດີຈີຕອນ VTC ຈັດຕັ້ງ.

        ກ່າວຄຳເຫັນທີ່ລາຍການ, ທ່ານນາງ ຕ່ອງທິຟ໊ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໃຫ້ຮູ້ວ່າ: ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ, ສ້າງກຳລັງແຮງມະຫັດສະຈັນຂອງ 2 ຊາດ. ຄວາມຜູກພັນບໍລິສຸດຜຸດຜ່ອງ ແລະ ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ໂດຍທ່ານປະທານ ໂຮ່ຈິມິນ ທີ່ແສນເຄົາລົບຮັກ ແລະ ທ່ານປະທານ ໄກສອນ ພົມວິຫານ, ທ່ານປະທານ ສຸພານຸວົງ ພ້ອມກັບພັກ, ລັດ ແລະ ປະຊາຊົນ 2 ປະເທດເພີ່ມພູນຄູນສ້າງ. ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ, ໃນຫຼາຍທົດສະວັດຜ່ານມາ, ພັກ, ລັດ, ປະຊາຊົນ 2 ປະເທດໄດ້ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນຂອງ 2 ຊາດນັ້ນໃຫ້ຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ຢືນຢັນວ່າ ນ້ຳໃຈສາມັກຄີມິດຕະພາບ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ຮ່ວມມືຮອບດ້ານໃນທຸກດ້ານ ຈາກການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

        ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ສະເໜີໃຫ້ແຂວງ ເງະອານ ສົມທົບກັບບັນດາກະຊວງ, ຂະແໜງການ ສືບຕໍ່ສ້າງໃຫ້ສົມບູບ ແລະ ຜັນຂະຫຍາຍບັນດາເນື້ອໃນພັດທະນາທາງທິດຕາເວັນຕົກເງະອານ, ໃນນັ້ນສຸມໃສ່ຍົກສູງຊີວິດດ້ານວັດຖຸ, ຈິດໃຈຂອງປະຊາຊົນ, ພັດທະນາການທ່ອງທ່ຽວ ແລະ ພັດທະນາສີສັນວັດທະນະທຳບັນດາເຜົ່າສ່ວນໜ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ