ເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 2

ເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 2 - ảnh 1
ເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 2
(ພາບ: vietnam+)

(vovworld) - ​ການ​ເຈລະຈາ​ນະ​ໂຍບາຍ​ດ້ານປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ - ອາ​ຟຣິກາ​ໃຕ້ ຄັ້ງ​ທີ 2 ​ໂດຍ​ພົນ​ໂທ ຫງວຽນ​ຈີ໋ວິ​້ງ ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ປະລິນຍາ​ເອກ Samsom Makhudu Gulube ລັດຖະມົນຕີ​ຮັບຜິດຊອບ​ດ້ານ​ປ້ອງ​ກັນຊາ​ດ ສ.ອາ​ຟຣິກາ​ໃຕ້ ດຳ​ເນີນ​ໄປ​ໃນ​ວັນ​ທີ 29/03 ຢູ່​ນະຄອນຫລວງ Pretoria. ທີ່​ການ​ເຈລະຈາ, ພົນ​ໂທ ຫງວຽນ​ຈີ​໋ວິ​້ງ ຢືນຢັນ​ວ່າ ຄວາມ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ ​ແມ່ນ​ທ່າ​ອ່ຽງຕົ້ນ​ຕໍ​ຂອງ ອາຊີ - ປາຊີ​ຟິກ ​ເຖິງ​ຢ່າງ​ໃດ​ກໍ່ຕາມ ພາກ​ພື້ນ​ນີ້ ຍັງ​ປະສົບ​ກັບສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ຄວາ​ມສະຫງົບ​ຄື: ການ​ຂັດ​ແຍ້​ງກ່ຽວ​ກັບ​ຜືນ​ແຜ່ນ​ດິນ ​ແລະ ບາງ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ອາດຊະຍາ​ກຳ​ແບບ​ໃໝ່​ອື່ນໆ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ພົນ​ໂທ ຫງວຽນຈີ໋ວິ້​ງ ຊີ້​ແຈ້ງ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ​ແມ່ນ​ທຸງການ​ຂັດ​ແຍ້ງ​ກັນ​ຕ້ອງ​ໄດ້​ແກ້​ໄຂ​ດ້ວຍ​​ໂດຍສັນ​ຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາ​ຍສາກົນ. ຫວຽດນາມ ຢືນຢັນ​ການ​ສະໜັບສະໜູນ​ປອດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ. ພົນ​ໂທ ຫງວຽນ​ຈີ໋ວິ​້ງ ຖື​ວ່າ: 2 ຝ່າຍ​ຄວນ​ເພີ່ມ​ທະວີ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ. ທ່ານພົນ​ໂທ ຫງວຽນ​ຈີ໋ວິ​້ງ ກໍ່​ຢືນຢັນ​ວ່າ ອາ​ຟຣິກາ​ໃຕ້ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ