ເຈົ້າຄອງນະຄອນ Rotterdam, ປະເທດ ໂຮນລັງຢ້ຽມຢາມນະຄອນໂຮ່ຈີມິນ

ເຈົ້າຄອງນະຄອນ Rotterdam, ປະເທດ ໂຮນລັງຢ້ຽມຢາມນະຄອນໂຮ່ຈີມິນ - ảnh 1
ການ​ນຳ​ນະ​ຄອນ ໂຮ່​ຈີມ​ິນ ຕ້ອນ​ຮັບເຈົ້າຄອງນະຄອນ Rotterdam
(ພາບ: qdnd.vn)

(vovworld) -ຕອນ​ເຊົ້າ​ວັນ​ທີ 10/3, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ໂຮ່​ຈິ​ມິນ ເລ​ຮ່ວ​າງກວນ ແລະ ທ່ານເຈົ້າ​ຄອງ​ນະ​ຄອນ Rotterdam ປະ​ເທດ​ໂຮນ​ລັງ Ahmed Aboulated ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ນະ​ຄອນ​ໄລ​ຍະ 2015-2018. ຕາມນັ້ນ​ແລ້ວ, ທາງ​ ນະ​ຄອນ Rotterdam ຈະ​ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ການ​ນຳ​ໃຊ້​ມາດ​ຕະ​ການ​ດັບ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ບັນ​ດາ​ຂັ້ນ​ຕອນ​ສ້າງ​ແຜນ​ການ, ການ​ເຂົ້າ​ຮ່ວມ​ຂອງວົງ​ຄະ​​ນະ​ຍາດ ແລະ ຂະ​ຫຍາຍ​ຍຸດ​ທະ​ສາດ​ທີ່​ສາ​ມາດ​ຟື້ນ​ຟູ, ຊຶ່ງ​ລວມ​ທັງ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ກໍ​ລະ​ນີປະ​ສົບ​ຄວາມ​ສ່ຽງ​ໄພ​ສູງກວ່າ​ໝູ່​ຂອງ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ.
     ກ່ອນ​ໜ້ານັ້ນ​ຄື​ໃນຕອນ​ບ່າຍ​ວັນ​ທີ 9/3, ທ່ານ ເລ​ແທງ​ຫາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​​ຄະ​ນະ​ຜູ້​ແທນ​ນະ​ຄອນ Rotterdam, ປະ​ເທດ ໂຮນ​ລັງ, ໂດຍ​ທ່ານ Ahmed Aboutaleb, ເຈົ້າ​ຄອງ​ນະ​ຄອນ​ ນຳ​ໜ້າ​ພວມ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ ເລ​ແທງ​ຫາຍ ຂໍ​ຂອບ​ອົກ​ຂອບ​ໃຈ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Rotterdam ​ທີ່​ໄດ້ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ນະ​ຄອ​ນ ໂຮ່​ຈີ​ມິນ ໃນ​ຂົງ​ເຂດ​ຄົ້ນ​ຄ້​ວາ, ຜ​ັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ ກໍ່​ຄື​ຊຸກ​ຍູ້​ການ​ພັດ​ທະ​ນາ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ສຶກ​ສາ​ບຳ​ລຸງ​ສ້າງ. ທ່ານ ເລ​ແທງ​ຫາຍ ໃຫ້​ຮູ້​ວ່າ: ຍາມ​ໃດ​ນະ​ຄອນກໍ່​ປາ​ດ​ຖະ​ໜາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ແທດ​ຈິງ​ກັບ ນະ​ຄອນ​ Rotterdam ໃນ​ບັນ​ດາ​ຂົງ​ເຂດນີ້, ພ້ອມ​ທັງ​ຜ່ານ​ນະ​ຄອນ Rotterdam ​ສ້າງ​ຕັ້ງ, ເຊື່ອມ​ຕໍ່​ການ​ພົວ​ພັນ​ກັບ​ບັນ​ດາ​ນະ​ຄອນ​ອື່ນໆ​ຂອງ ໂຮນ​ລັງ ໃນຫຼາຍ​ຂົງ​ເຂດ​​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ນ້ຳ​ທະ​ເລ​ຂຶ​້ນ​ສ​ູງ​ເຊິ່​ງ​ທັງ 2 ຝ່າຍ​ຕ່າງກໍ່​ມີ​ຄວາມ​ສົນ​ໃຈ.
  


ຂ່າວ/ບົດ​ອື່ນ